• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 14

ທ່ານພົນໂທ ຮ່ວາງຊວັນຈຽນ ໄດ້ເຕື້ອງເຖິງ 3 ເນື້ອໃນສຳຄັນ.
(ທ່ານພົນໂທ ຮ່ວາງຊວັນຈຽນ ກ່າວຄຳເຫັນທີ່ກອງປະຊຸມ)

ວັນທີ 11 ກຸມພາ, ກອງປະຊຸມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 14 ໄດ້ຈັດຂຶ້ນຢູ່ Fukuoka (ຍີ່ປຸ່ນ). ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ນຳໜ້າເຂົ້າຮ່ວມກອງປະຊຸມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຮ່ວາງຊວັນຈຽນ ໄດ້ເຕື້ອງເຖິງ 3 ເນື້ອໃນສຳຄັນ. ໃນນັ້ນ, ກ່ຽວກັບການສົ່ງຜົນສະທ້ອນຂອງສະພາບແວດລ້ອມຄວາມໝັ້ນຄົງໃນປະຈຸບັນ ຕະຫຼອດຮອດການຮ່ວມມືດ້ານປ້ອງກັນຊາດ ອາຊຽນ - ຍີ່ປຸ່ນ, ທ່ານ ພົນໂທ ຮ່ວາງຊວັນຈຽນ ໄດ້ຕີລາຄາສູງການປະກອບສ່ວນຂອງບັນດາປະເທດຄູ່ຮ່ວມມື, ພິເສດແມ່ນ ຍີ່ປຸ່ນ ໃນຄວາມມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດກັບ ອາຊຽນ. ກ່ຽວກັບໝາກຜົນການຮ່ວມມືດ້ານປ້ອງກັນຊາດ ອາຊຽນ - ຍີ່ປຸ່ນ, ທ່ານໃຫ້ຮູ້ວ່າ, ປີ 2024, ຍີປຸ່ນ ໄດ້ຕັ້ງໜ້າຊຸກຍູ້ການຮ່ວມມືຢ່າງຮອບດ້ານກັບ ອາຊຽນ, ປະກອບສ່ວນໜູນຊ່ວຍບັນດາປະເທດ ອາຊຽນ ຍົກສູງກຳລັງຄວາມສາມາດໃນການຮັບມືກັບບັນດາສິ່ງທ້າທາຍແບບໃໝ່. ກ່ຽວກັບທິດທາງຊຸກຍູ້ການຮ່ວມມື ອາຊຽນ - ຍີ່ປຸ່ນ ໃນໄລຍະຈະມາເຖິງ, ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາການເຈລະຈາ, ທາບທາມຄວາມເຫັນຂັ້ນສູງ, ສົມທົບກັນຢ່າງແໜ້ນແຟ້ນໃນບັນດາກົນໄກຢູ່ພາກພື້ນ ແລະ ສາກົນ ເພື່ອຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top