• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮັບວັກຊິນ Pfizer ກວ່າ 2,6 ລ້ານໂດສ ຈາກ ອາເມລິກາ

      ມີວັກຊິນຈຳນວນກວ່າ 1,3 ລ້ານໂດສ ໄດ້ສົ່ງມາຮອດ ຮ່າໂນ້ຍ ໃນວັນທີ 24 ຕຸລາ ແລະ ກວ່າ 1,3 ລ້ານໂດສ ໄດ້ສົ່ງມາຮອດນະຄອນ ໂຮ່ຈີມິນ ໃນຕອນເຊົ້າວັນທີ 25 ຕຸລາ.
ຫວຽດນາມ ຮັບວັກຊິນກັນພະຍາດໂຄວິດ - 19 ຜ່ານໂຄງການ COVAX (ພາບ: UNICEF)
      ຕາມແຫຼ່ງຂ່າວຈາກຄະນະທູຕານຸທູດ ອາເມລິກາ ປະຈຳ ຫວຽດນາມ ແລ້ສ, COVAX ໄດ້ມອບວັກຊິນ Pfizer – BioNTech ຕື່ມອີກກວ່າ 2,6 ລ້ານໂດສ ໂດຍ ອາເມລິກາ ມອບໃຫ້ ເພື່ອໜູນຊ່ວຍ ຫວຽດນາມ ຮັບມືກັບໂລກລະບາດໂຄວິດ - 19. ໃນນັ້ນ, ມີວັກຊິນຈຳນວນກວ່າ 1,3 ລ້ານໂດສ ໄດ້ສົ່ງມາຮອດ ຮ່າໂນ້ຍ ໃນວັນທີ 24 ຕຸລາ ແລະ ກວ່າ 1,3 ລ້ານໂດສ ໄດ້ສົ່ງມາຮອດນະຄອນ ໂຮ່ຈີມິນ ໃນຕອນເຊົ້າວັນທີ 25 ຕຸລາ.
        ນີ້ແມ່ນຄັ້ງທີ 6  ເຊິ່ງ ອາເມລິກາ ໄດ້ມອບວັກຊິນໃຫ້ແກ່ ຫວຽດນາມ ຜ່ານໂຄງການ COVAX, ອັນໄດ້ຍົກຈຳນວນວັກຊິນກັນພະຍາດໂຄວິດ - 19 ທັງໝົດທີ່ມອບໃຫ້ ຫວຽດນາມ ຂຶ້ນເປັນ 12,1 ລ້ານໂດສ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ລາວ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ລາວ

ວັນທີ 04 ພະຈິກ, ຢູ່ ຮ່າໂນ້ຍ ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດ ລາວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

Top