• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ອະນຸມັດຜ່ານແຜນຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຮອດປີ 2050

ທ່ານນາຍົກລັດຖະມົນຕີສະເໜີໃຫ້ລາຊະອານາຈັກ ອັງກິດ ແລະ ບັນດາຄູ່ຮ່ວມມືພັດທະນາໃນວິວັດການເຈລະຈາສ້າງຕັ້ງການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ ຕ້ອງໜູນຊ່ວຍ ຫວຽດນາມ ດ້ານເຕັກໂນໂລຊີ ແລະ ການເງິນ.

ທ່ານນາຍົກລັດຖະມົນຕີສະເໜີໃຫ້ລາຊະອານາຈັກ ອັງກິດ ແລະ ບັນດາຄູ່ຮ່ວມມືພັດທະນາໃນວິວັດການເຈລະຈາສ້າງຕັ້ງການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ ຕ້ອງໜູນຊ່ວຍ ຫວຽດນາມ ດ້ານເຕັກໂນໂລຊີ ແລະ ການເງິນ.

    

 

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານ Alok Sharma, ລັດຖະມົນຕີ, ປະທານ COP26

(ພາບ: TTXVN)

ວັນທີ 29 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບທ່ານ Alok Sharma, ລັດຖະມົນຕີ, ປະທານ COP26 ແລະ ຄະນະປະຕິບັດງານຂອງລາຊະອານາຈັກ ອັງກິດ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, 2 ຝ່າຍພ້ອມກັນຕີລາຄາການປ່ຽນແປງຂອງດິນຟ້າອາກາດທີ່ນັບມື້ນັບຍາກທີ່ຈະຄາດຄະເນລ່ວງໜ້າໄດ້ໃນຂອບເຂດທົ່ວໂລກ. ຍ້ອນເຫດນັ້ນ, ຕ້ອງມີຈິດໃຈສາມັກຄີສາກົນ ແລະ ມີວິທີສຳຜັດທົ່ວໂລກເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

        ດ້ວຍຈິດໃຈຜັນຂະຫຍາຍບັນດາຄຳໝັ້ນສັນຍາທີ່ COP 26 ຢ່າງຂ້ຽວຂາດນັ້ນ, ຫວຽດນາມ ອະນຸມັດຜ່ານແຜນຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຮອດປີ 2050.  ຫວຽດນາມ ຖືເປົ້າໝາຍການປ່ອຍອາຍກາກບອນລົງລະດັບ “0” ແລະ ຫັນປ່ຽນພະລັງງານຟອດຊິວໄປສູ່ພະລັງງານສະອາດ ແລະ ພະລັງງານຜະລິດຄືນໃໝ່ແມ່ນທ່າອ່ຽງພັດທະນາຂອງໂລກ ແລະ ຫວຽດນາມ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ລາຊະອານາຈັກ ອັງກິດ ແລະ ບັນດາຄູ່ຮ່ວມມືພັດທະນາໃນວິວັດການເຈລະຈາສ້າງຕັ້ງການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ ຕ້ອງໜູນຊ່ວຍ ຫວຽດນາມ ດ້ານເຕັກໂນໂລຊີ ແລະ ການເງິນ, ໄປພ້ອມກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ, ສ້າງລະບອບລະບຽບການໃຫ້ສົມບູນແບບ ແລະ ແບ່ງປັນບົດຮຽນ.

        ສ່ວນທ່ານ Alok Sharma, ລັດຖະມົນຕີ, ປະທານ COP26 ໃຫ້ຮູ້ວ່າ, ທ່ານຈະສົ່ງສານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ກ່ຽວກັບຄວາມສະເໝີພາບ ແລະ ຍຸຕິທຳໃນການຮ່ວມມືຫັນປ່ຽນພະລັງງານ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ບັນດາຄູ່ຮ່ວມມືພັດທະນາ. ທ່ານ Alok Sharma ສະແດງຄວາມປາດຖະໜາວ່າ ຖະແຫຼງການດ້ານການເມືອງກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານດ້ວຍຄວາມຍຸຕິທຳຈະໄດ້ຮັບຮອງເອົາເນື່ອງໃນໂອກາດຈັດກອງປະຊຸມ COP 27 ຢູ່ ອີຢິບ ໃນທ້າຍປີນີ້.

        ຕອນເຊົ້າວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກໍ່ໄດ້ໃຫ້ການຕ້ອນຮັບທ່ານ Alok Sharma, ປະທານ COP26 ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top