• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ສ.ເກົາຫຼີ ມາ​ນະພະຍາຍາມ​ຍົກ​ລະ​ດັບການພົວພັນຄູ່ຮ່ວມມືຍຸດທະສາດ​ຢ່າງຮອບດ້ານ

ກ່າວຄຳເຫັນທີ່ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong-Seug, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກໄດ້ຊີ້ແຈ້ງວ່າ: ຫວຽດນາມ ຢຶດໝັ້ນກັບເສັ້ນທາງ ພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຂອງຕົນເອງ, ຫັນເປັນຫຼາຍຮູບແບບ ແລະຫຼາຍຝ່າຍ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານ ປະທານສະພາແຫ່ງຊາດ ສ.ເກົາຫຼີ (ພາບ: TTXVN) 

ຕອນບ່າຍວັນທີ 2 ພະຈິກ, ຢູ່ ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong-Seug, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກໄດ້ຊີ້ແຈ້ງວ່າ: ຫວຽດນາມ ຢຶດໝັ້ນກັບເສັ້ນທາງ ພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຂອງຕົນເອງ, ຫັນເປັນຫຼາຍຮູບແບບ, ແລະຫຼາຍຝ່າຍ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ຍາມໃດກໍ່ຖືການພົວພັນກັບສ.ເກົາຫຼີເປັນສຳຄັນ ແລະ ຫວັງວ່າຈະສືບຕໍ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາກັບ ສ.ເກົາຫຼີ ໃຫ້ເລິກເຊິ່ງກ້ວາງຂວາງກ່ວາເກົ່າ.

ທ່ານນາຍົກລັດຖະມົນຕີຫວັງວ່າທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະບັນດາສະມາຊິກລັດຖະສະພາສືບຕໍ່ສົ່ງເສີມບັນດາວິສາຫະກິດ ສ.ເກົາຫຼີ ເພີ່ມທະວີການລົງທຶນເຂົ້າຫວຽດນາມ. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ 2 ຝ່າຍເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ. ສະເໜີໃຫ້ສ.ເກົາຫຼີ ສະໜັບສະໜູນຫວຽດນາມປະຕິບັດບົດບາດເປັນປະທານອາຊຽນໃນປີ 2020 ແລະ ປະເທດປະສານງານການພົວພັນອາຊຽນ - ສ.ເກົາຫຼືໃນປີ 2021-2024 ໃຫ້ເປັນຢ່າງດີ; ສືບຕໍ່ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມແລະອາຊຽນກ່ຽວກັບບັນຫາທະເລຕາເວັນອອກ.

ສ່ວນທ່ານ Park Byeong-Seug ໄດ້ເນັ້ນໜັກວ່າ: ສ.ເກົາຫຼີມີຄວາມຫວັງຢາກສ້າງຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ ໃນໄລຍະຈະມາເຖິງ. ການຍົກລະດັບການ ຄູ່ຮ່ວມມືແມ່ນເພື່ອແນໃສ່ຮັດແໜ້ນການຮ່ວມມືອາຊີຕາເວັນອອກ ໃນສະພາບການໂລກລະບາດ Covid – 19 ນັບມື້ນັບເພີ່ມຂຶ້ນ ແລະ ການພົວພັນກັບໂລກ…

(ແຫຼ່ງຄັດຈາກ VOV)

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top