• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ສ.ເກົາຫຼີ: ການທູດລັດຖະສະພາມີບົດບາດສຳຄັນໃນການຕິດຕາມກວດກາ, ຊຸກຍູ້ການປະຕິບັດບັນດາຄຳໝັ້ນສັນຍາ

ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ດ້ານວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ​ກາຍ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ປະ​ເທດ, ຕັ້ງ​ໜ້າ​ປັບ​ປຸງ​ນະ​ໂຍ​ບາຍ, ສ້າງ​ເງື່ອນ​ໄຂ​ໃຫ້​ວ​ິ​ສາ​ຫະ​ກິດ​ສອງ​ປະ​ເທດ​ລົງ​ທຶນ​ເປັນ​ປົກ​ກະ​ຕິ, ຍາວ​ນານ​ຢູ່​ແຕ່​ລະ​ປະ​ເທດ.
  ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິນ ເຈ​ລະ​ຈາ ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ເກົາຫຼີ Cho Jeong Sik (ພາບ: VNA)  

ພິ​ທີ​ຕ້ອ​ນ​ຮັບ​ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຈິ່ນ​ແທັງ​ເໝິນ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຢ່າງ​ສົມ​ກຽດ ໃນ​ໂອ​ກາດ​ຢ້ຽມ​ຢາມ​ສ.ເກົາຫຼີ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ວັນ​ທີ 7 ກັນ​ຍາ ຢູ່​ນະ​ຄອນຫຼວງ ເຊີ​ອູນ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່າ​ນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ເກົາ​ຫຼີ Cho Jeong Sik.

ທີ່​ການ​ເຈ​ລະ​ຈາ​ພາຍຫຼັງ​ພິ​ທີ​ຕ້ອ​ນຮັບ, ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສອງທ່ານ​ໄດ້​ເປັ​ນ​ເອ​ກະ​ພາບ​ຮັກ​ສາ​ການ​ແລກ​ປ່ຽນ​ຍຸດທະ​ສາດ​ຂັ້ນ​ສູງ; ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ເສດ​ຖະ​ກິດ​ສອງ​ປະ​ເທດ ໃນ​ສະ​ພາບ​ການ​ໃໝ່, ຕາມ​ນັ້ນ​ແລ້ວ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອ​ງ​ຝ່າຍ​ບັນ​ລຸ 100 ຕື້ USD ໃນ​ປີ 2026 ແລະ ມຸ່ງ​ໄປ​ເຖິງ 150 ຕື້ USD ໃນ​ປີ 2030, ສືບ​ຕໍ່​ໃຫ້​ບຸ​ລິ​ມະ​ສິດ​ແຫຼ່ງ​ທຶນ​​ຊ່ວຍເຫຼືອລ້າ​ເພື່ອການ​ພັດ​ທະ​ນາ​ຢ່າງ​ເປັນ​ທາງ​ການ (ODA) ແລະ ODA ບຸ​ລິ​ມະ​ສິ​ດ​ໃຫ້​ບັນ​ດາ​ໂຄງ​ການ​ຂອງ ຫວຽດ​ນາມ. ພ້ອມ​ກັນ​ນັ້ນ, ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ດ້ານວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ​ກາຍ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ປະ​ເທດ, ຕັ້ງ​ໜ້າ​ປັບ​ປຸງ​ນະ​ໂຍ​ບາຍ, ສ້າງ​ເງື່ອນ​ໄຂ​ໃຫ້​ວ​ິ​ສາ​ຫະ​ກິດ​ສອງ​ປະ​ເທດ​ລົງ​ທຶນ​ເປັນ​ປົກ​ກະ​ຕິ, ຍາວ​ນານ​ຢູ່​ແຕ່​ລະ​ປະ​ເທດ.

ກ່ຽວ​ກັບ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ, ສອງ​ຝ່າຍ​ໄດ້​ເນັ້ນ​ໜັກ​ວ່າ​ການ​ທູດ​ລັດ​ຖະ​ສະ​ພາ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຕິດ​ຕາມກວດ​ກາ, ຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ, ຂໍ້​​ຕົກ​ລົງ. ດັ່ງ​ນັ້ນ, ເຫັນ​ເອ​ກະ​ພາບ​ການ​ຮັກ​ສາ​ເປັນ​ປະ​ຈຳ​ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ສ້າງ​ກົດ​ໝາຍ, ລະ​ບອບ​ລະບຽບ​ການ; ຕັ້ງ​ໜ້າ​ຊຸກ​ຍູ້​ການ​ພົບ​ປະ​ແລກ​ປ່ຽນລະ​ຫວ່າງ​ບັນ​ດາ​ກຳ​ມາ​ທິ​ການ​ດ້ວຍ​ຮູບ​ແບບ​ເຊິ່ງ​ໜ້າ ແລະ ທາ​ງ​ໄກ; ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ອົງ​ການ​ນິ​ຕິ​ບັນ​ຍັດໃນ​ການ​ປະ​ສານ​ສົມ​ທົບ​ກັນ​ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດບັນ​ດາ​ຂໍ້​ຜູກ​ມັດ​ໃນ​ສັນ​ຍາ​ສາ​ກົນ, ຂໍ້​ຕົກ​ລົງ​ຮ່ວມ​ມື​ຂອງ​ລັດ​ຖະ​ບານ, ສ້າງ​ນະ​ໂຍ​ບາຍ, ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ, ສ້າງ​ສະ​ພາບ​ແວດ​ລ້ອມ​ດ້າ​ນ​ນິ​ຕິ​ກຳ​ທີ່​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ, ສືບ​ຕໍ່​ປະ​ສານ​ສົ​ມ​ທົບ​ກັນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ໃນ​ພາກ​ພື້ນ ແລະ ໂລກ.

(ແຫຼ່ງຄັດຈາກ VOV)

ນະຄອນ ໂຮ່ຈີມິນ ສືບຕໍ່ບັນລຸເປົ້າໝາຍດຶງດູດທຶນ FDI 11 ຕື້ໂດລາສະຫະລັດ ໃນປີ 2026

ນະຄອນ ໂຮ່ຈີມິນ ສືບຕໍ່ບັນລຸເປົ້າໝາຍດຶງດູດທຶນ FDI 11 ຕື້ໂດລາສະຫະລັດ ໃນປີ 2026

ຕາມ​ພະ​ແນກ​ການ​ເງິນ ນະ​ຄອນ ໂຮ່​ຈີ​ມິນ ແລ້ວ​, ໃນ 8 ເດືອນຕົ້ນ​ປີ 2026, ນະ​ຄອນ ໂຮ່​ຈີ​ມິນ ດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ກວ່າ 10 ຕື້​ໂດລາ​ສະ​ຫະ​ລັດ, ທຽບເທົ່າ​ກັບ 91,5% ແຜນ​ການ​ຂອງ​ທັງ​ປີ​.

Top