• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ສິງກະໂປ ເຫັນດີເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ, ໂດຍສະເພາະແມ່ນການເຊື່ອມຕໍ່ 2 ພື້ນຖານເສດຖະກິດດີຈີຕອນ

ການນຳ 2 ທ່ານໄດ້ນຳໜ້າຄະນະຜູ້ແທນຂັ້ນສູງດຳເນີນການພົບປະເຈລະຈາ. ການນຳ 2 ທ່ານໄດ້ເປັນເອກະພາບບາງທິດທາງໃຫຍ່ໃນການຮ່ວມມືລະຫວ່າງ 2 ປະເທດ

ການນຳ 2 ທ່ານໄດ້ນຳໜ້າຄະນະຜູ້ແທນຂັ້ນສູງດຳເນີນການພົບປະເຈລະຈາ. ການນຳ 2 ທ່ານໄດ້ເປັນເອກະພາບບາງທິດທາງໃຫຍ່ໃນການຮ່ວມມືລະຫວ່າງ 2 ປະເທດ.

    

(ພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ)

ວັນທີ 25 ກຸມພາ, ທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ທີ່ໄປຢ້ຽມຢາມທາງລັດຖະກິດ ຢູ່ສິງກະໂປ ຢ່າງສົມກຽດ. ຕໍ່ຈາກນັ້ນ ການນຳ 2 ທ່ານໄດ້ນຳໜ້າຄະນະຜູ້ແທນຂັ້ນສູງດຳເນີນການພົບປະເຈລະຈາ. ການນຳ 2 ທ່ານໄດ້ເປັນເອກະພາບບາງທິດທາງໃຫຍ່ໃນການຮ່ວມມືລະຫວ່າງ 2 ປະເທດ, ເຫັນດີສຸມໃສ່ຊຸກຍູ້ການເຊື່ອມຕໍ່ລະຫວ່າງ 2 ພື້ນຖານເສດຖະກິດ, ເອົາໃຈໃສ່ ການຮ່ວມມືໃນຂົງເຂດຂອງຍຸກສະໄໝເຕັກໂນໂລຊີ 4.0 ຄື: ເສດຖະກິດດີຈີຕອນ, ການຫັນເປັນດີຈີຕອນ, ການປ່ຽນແປງໃໝ່ປະດິດຄິດສ້າງ, ການພັດທະນາແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ພັດທະນາຂຽວ ແລະ ຍືນຍົງ…

   

(ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີິຊຽນຫຼົງ)

ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີິຊຽນຫຼົງ. ຢູ່ທີ່ນີ້, 2 ຝ່າຍໄດ້ແລກປ່ຽນ ແລະ ເປັນເອກະພາບສູງຕໍ່ທິດທາງໃຫຍ່ໃຫ້ແກ່ການຮ່ວມມືຂອງ 2 ປະເທດໃນທຸກຂົງເຂດ. ຕາມນັ້ນແລ້ວ, ຈະຟື້ນຟູການຢ້ຽມຢາມ, ພົບປະຂັ້ນສູງ ແລະ ທຸກຂັ້ນໂດຍໄວ; ຊຸກຍູ້ການຮ່ວມມືດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຜັນຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນກົນໄກລັດຖະມົນຕີກ່ຽວກັບການເຊື່ອມຕໍ່ 2 ພື້ນຖານເສດຖະກິດ.

ການນຳ 2 ທ່ານໄດ້ຢືນຢັນສືບຕໍ່ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ເວທີປາໄສຫຼາຍຝ່າຍຢູ່ພາກພື້ນ ແລະ ທົ່ວໂລກ. 2 ຝ່າຍກໍ່ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ. ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ໄດ້ເປັນສັກຂີພິຍານພິທີແລກປ່ຽນເອກະສານຮ່ວມມື 2 ຝ່າຍ 05 ສະບັບ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top