• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະເໜີໃຫ້ ອາຊຽນ, ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ເພີ່ມທະວີການຮ່ວມມືດ້ານທ່ອງທ່ຽວ

3 ປະເທດຄູ່ຮ່ວມມື ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ບໍ່ພຽງແຕ່ແມ່ນຕະຫຼາດທ່ອງທ່ຽວທີ່ເປັນມູນເຊື້ອ, ຈຸດສຸມຂອງບັນດາປະເທດ ອາຊຽນ ເທົ່ານັ້ນ, ຫາກຍັງນອນໃນກຸ່ມ 5 ຕະຫຼາດມີແຂກທ່ອງທ່ຽວແຖວໜ້າຢູ່ ຫວຽດນາມ ໃນປີ 2023 ອີກດ້ວຍ.
ທ່ານ ຫງວຽນວັນຮຸ່ງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ

ໃນຂອບເຂດເວທີປາໄສທ່ອງທ່ຽວ ອາຊຽນ (ATF) 2024, ພວມຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ, ໃນຕອນເຊົ້າວັນທີ 26 ມັງກອນ. ປະເທດເຈົ້າພາບ ລາວ ແລະ ຈີນ ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ + 3 (ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ຄັ້ງທີ 23.  

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນວັນຮຸ່ງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ, ເນັ້ນໜັກວ່າ, 3 ປະເທດຄູ່ຮ່ວມມື ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ບໍ່ພຽງແຕ່ແມ່ນຕະຫຼາດທ່ອງທ່ຽວທີ່ເປັນມູນເຊື້ອ, ຈຸດສຸມຂອງບັນດາປະເທດ ອາຊຽນ ເທົ່ານັ້ນ, ຫາກຍັງນອນໃນກຸ່ມ 5 ຕະຫຼາດມີແຂກທ່ອງທ່ຽວແຖວໜ້າຢູ່ ຫວຽດນາມ ໃນປີ 2023 ອີກດ້ວຍ.

ທ່ານລັດຖະມົນຕີສະເໜີໃຫ້ບັນດາປະເທດ ອາຊຽນ ເພີ່ມທະວີການເຊື່ອມຕໍ່, ໜູນຊ່ວຍບັນດາສູນ ອາຊຽນ ປະຈຳ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໃນການເຄື່ອນໄຫວໂຄສະນາ. ສົມທົບກັບການເຂົ້າຮ່ວມບັນດາງານວາງສະແດງ, ງານຕະຫຼາດນັດຢູ່ 3 ປະເທດຄູ່ຮ່ວມມື ແລະ ປະກອບສ່ວນໃຫ້ແກ່ຮ້ານວາງສະແດງສິນຄ້າລວມຂອງການທ່ອງທ່ຽວ ອາຊຽນ ໃຫ້ມີຊີວິດຊີວາກວ່າ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top