• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະຫນັບສະຫນູນ ແລະ ພ້ອມແລ້ວແບ່ງປັນບົດຮຽນເຂົ້າຮ່ວມ CPTPP ກັບອັງກິດ

      ຫວຽດນາມພ້ອມແລ້ວແບ່ງປັນບົດຮຽນກ່ຽວກັບການເຈລະຈາສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ CPTPP ກັບອັງກິດ ເມື່ອປະເທດນີ້ ຢາກເຂົ້າຮ່ວມສັນຍາດັ່ງກ່າວ.
ທ່ານ ນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ
ພາບ:vietnam+
      ໃນການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ ດຳເນີນໃນຕອນບ່າຍວັນທີ 4 ກຸມພາ ຕາມຮູບການທາງອອນລາຍ, ທ່ານ ນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມພ້ອມແລ້ວແບ່ງປັນບົດຮຽນກ່ຽວກັບການເຈລະຈາສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ CPTPP ກັບອັງກິດ ເມື່ອປະເທດນີ້ ຢາກເຂົ້າຮ່ວມສັນຍາດັ່ງກ່າວ.
“CPTPP ແມ່ນສັນຍາການຄ້າເສລີລຸ້ນໃຫມ່ ສະແດງໃຫ້ເຫັນຄວາມຕັດສິນໃຈການຮ່ວມມືຢ່າງແຮງຂອງບັນດາປະເທດໃນພາກພື້ນ. ບັນດາປະເທດສະມາຊິກ ໄດ້ເປັນເອກະພາບຂັ້ນຕອນເຂົ້າຮ່ວມ, ບັນດາພື້ນຖານເສດຖະກິດອື່ນຢາກເຂົ້າຮ່ວມຕ້ອງຕອບສະຫນອງຂັ້ນຕອນນີ້. ອັງກິດ ແມ່ນຄູ່ຮ່ວມມືສຳຄັນຂອງບັນດາປະເທດສະມາຊິກ CPTPP, ໃນນັ້ນ ມີຫວຽດນາມ. ຫວຽດນາມ ສະຫນັບສະຫນູນ ອັງກິດ ແລະ ພ້ອມແລ້ວແບ່ງປັນບົດຮຽນປຶກສາຫາລື CPTPP ກັບອັງກິດ”
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top