ທ່ານ ເຈິ່ນແທັ່ງກົງ ເອກອັກຄະລັດຖະທູດຫວຽດນາມປະຈຳອີຢິບ
ບັນດາແຂກເຂົ້າຮ່ວມໄດ້ຮັບຟັງການແນະນຳຂໍ້ມູນຂ່າວສານໂດຍສັງເຂບກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ, ການຄ້າຂອງຫວຽດນາມ, ບັນດານະໂຍບາຍດຶງດູດການລົງທຶນ, ກາລະໂອກາດໃນການຮ່ວມມືກໍ່ຄືການພົວພັນການຄ້າ ລະຫວ່າງຫວຽດນາມ-ອີຢິບ, ດ້ວຍຫຼາຍນະໂຍບາຍທີ່ເປີດອົກເປີດໃຈ, ເອື້ອອຳນວຍແລະສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກສະບາຍ, ຫວຽດນາມ ຈຶ່ງນັບມື້ນັບກາຍເປັນສະຖານທີ່ອັນດູດດື່ມສຳລັບບັນດານັກລົງທຶນຕ່າງປະເທດ. ຄຽງຄູ່ກັນນັ້ນ, ຫວຽດນາມກໍ່ໄດ້ມີນັກທ່ອງທ່ຽວຈຳນວນຫຼາຍເລືອກເປັນສະຖານທີ່ມາທ່ອງທ່ຽວ, ທ່ຽວຊົມເພາະມີທິວທັດທຳມະຊາດມີຊື່ສຽງຫຼາຍແຫ່ງ, ຫາດຊາຍທະເລທີ່ສວຍສົດງົດງາມແລະມີຄວາມປອດໄພ. ທ່ານ ເຈິ່ນແທັ່ງກົງ ເອກອັກຄະລັດຖະທູດຫວຽດນາມປະຈຳອີຢິບໃຫ້ຮູ້ວ່າ:
“ ພວກຂ້າພະເຈົ້າມີຄວາມປາດຖະໜາຢາກສົ່ງຂໍ້ມູນຂ່າວສານການທ່ອງທ່ຽວຂອງຫວຽດນາມເຖິງແຂກທ່ອງທ່ຽວອີຢິບແລະບັນດາປະເທດໃນພາກພື້ນໃຫ້ເດີນທາງມາຫວຽດນາມຫຼາຍກວ່າເກົ່າ. ດ້ານອື່ນໆ, ພວກຂ້າພະເຈົ້າກໍ່ມີຄວາມປາດຖະໜາຢາກມີຂໍ້ມູນຂ່າວສານຫຼາຍຢ່າງກ່ຽວກັບບັນດາບໍລິສັດປະກອບການທ່ອງທ່ຽວຂອງອີຢິບເພື່ອຈະໄດ້ມີແຂກຊາວຫວຽດນາມຈຳນວນຫຼາຍເດີນທາງໄປອີຢິບໃນໄລຍະຈະມາເຖິງ. ”ແຂກຕ່າງປະເທດຫຼາຍທ່ານທີ່ເຂົ້າຮ່ວມກອງປະຊຸມສຳມະນາດັ່ງກ່າວ, ໄດ້ຖືວ່າ: ຫວຽດນາມກໍ່ເປັນສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດ,ຍ້ອນມີທັດສະນີຍະພາບທີ່ສວຍສົດງົດງານ, ທຳມະຊາດທີ່ໜ້າອອນຊອນ, ປະຊາຊົນມີຄວາມເປັນມິດ./.
(ແຫຼ່ງຄັດຈາກ VOV)