• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວ ເສີມຂະຫຍາຍມູນເຊື້ອ, ເພີ່ມທະວີ ແລະ ຍົກສູງປະສິດທິຜົນການຮ່ວມມື 2 ຝ່າຍໃນທຸກຂົງເຂດ

ການນຳ 2 ທ່ານໄດ້ຕີລາຄາສູງການພັດທະນາຢ່າງດີງາມ, ໝັ້ນແກ່ນຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ໃນຊຸມປີຜ່ານມາ,

ການນຳ 2 ທ່ານໄດ້ຕີລາຄາສູງການພັດທະນາຢ່າງດີງາມ, ໝັ້ນແກ່ນຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ໃນຊຸມປີຜ່ານມາ.

    

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ທອງລຸນ ສີສຸລິດ

ໃນຂອບເຂດການຢ້ຽມຢາມປະເທດ ສປປ.ລາວ ຢ່າງເປັນທາງການ, ຕອນເຊົ້າວັນທີ 16 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ.ລາວ ທອງລຸນ ສີສຸລິດ.

        ຢູ່ທີ່ນີ້, ການນຳ 2 ທ່ານໄດ້ຕີລາຄາສູງການພັດທະນາຢ່າງດີງາມ, ໝັ້ນແກ່ນຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ໃນຊຸມປີຜ່ານມາ, ໃນນັ້ນ, ມີການປະກອບສ່ວນສຳຄັນທີ່ສຸດຂອງສະພາແຫ່ງຊາດ 2 ປະເທດ.

        2 ຝ່າຍໄດ້ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ຄວນເສີມຂະຫຍາຍມູນເຊື້ອການຮ່ວມມືສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈຢ່າງສູງ; ພ້ອມກັນຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງເຂັ້ມງວດ; ມານະພະຍາຍາມເພີ່ມທະວີ ແລະ ຍົກສູງປະສິດທິຜົນການຮ່ວມມື 2 ຝ່າຍໃນທຸກຂົງເຂດ, ເພື່ອຜົນປະໂຫຍດຢ່າງແທດຈິງຂອງປະຊາຊົນ 2 ປະເທດ, ປະກອບສ່ວນຍູ້ແຮງການໂຄສະນາ, ການສຶກສາໃນພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຖ້ວນໜ້າ, ໂດຍສະເພາະແມ່ນລຸ້ນໜຸ່ມຂອງ 2 ປະເທດ ກ່ຽວກັບປະຫວັດສາດ ແລະ ມູນເຊື້ອແບບພິເສດ ຫວຽດນາມ - ລາວ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ປາດຖະໜາວ່າ, ສະພາແຫ່ງຊາດ 2 ປະເທດ ສືບຕໍ່ສົມທົບກັນຕິດຕາມກວດກາ ເພື່ອປະກອບສ່ວນຜັນຂະຫຍາຍບັນດາຂໍ້ຕົກລົງ 2 ຝ່າຍໃຫ້ບັນລຸປະສິດທິຜົນ; ເພີ່ມທະວີການແບ່ງປັນບົດຮຽນ, ໂດຍສະເພາະແມ່ນໃນການສ້າງລະບອບລະບຽບການ, ກົດໝາຍ ແລະ ການຕິດຕາມກວດກາສູງສຸດການເຄື່ອນໄຫວຂອງບັນດາອົງການຂອງລັດໃຫ້ສົມບູນແບບ; ຮ່ວມມືກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສລັດຖະສະພາຢູ່ພາກພື້ນ ແລະ ສາກົນ; ສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ.

ແລະກໍ່ໃນວັນທີ 16 ພຶດສະພາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມຢາມທ່ານອະດີດເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຢູ່ເຮືອນສ່ວນຕົວ. ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ແບ່ງປັນກັບທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ລາວ ເນື້ອໃນການເຄື່ອນໄຫວຕົ້ນຕໍໃນຂອບເຂດການຢ້ຽມຢາມ, ໃນນັ້ນ, ປະທານສະພາແຫ່ງຊາດ 2 ປະເທດຫາກໍ່ດຳເນີນການເຈລະຈາບັນລຸຜົນສຳເລັດ, ແລກປ່ຽນ ແລະ ເປັນເອກະພາບບັນດາການກຳນົດທິດ, ມາດຕະການເພື່ອນຳການພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ບັນລຸປະສິດທິຜົນກວ່າ.

        ສ່ວນທ່ານອະດີດເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ປາດຖະໜາວ່າ 2 ປະເທດຄວນສືບຕໍ່ຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດ - ສັງຄົມ ໃຫ້ສອດຄ່ອງກັບການພົວພັນດ້ານການເມືອງກວ່າອີກ.

(ແຫຼ່ງຄັດຈາກ VOV)

 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top