• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວ ເຊັນສັນຍາຮ່ວມມືຂຸດຄົ້ນ, ປຸງແຕ່ງແຮ່ເຫຼັກຢູ່ແຂວງ ໄຊສົມບູນ

      ຕອນບ່າຍວັນທີ 25 ຕຸລາ, ຢູ່ສຳນັກງານກະຊວງແຜນການ ແລະ ການລົງທຶນ ນະຄອນຫລວງ ວຽງຈັນ, ລາວ ໄດ້ດຳເນີນພິທີເຊັນສັນຍາຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກລະຫວ່າງລັດຖະບານ ລາວ ແລະ ບໍລິສັດໃຫຍ່ຮ່ວມມືເສດຖະກິດ (COECCO) ຂອງ ຫວຽດນາມ. 

ພິທີເຊັນສັນຍາຮ່ວມມືຂຸດຄົ້ນ, ປຸງແຕ່ງແຮ່ເຫຼັກຢູ່ແຂວງ ໄຊສົມບູນ (ພາບ: KPL)
      ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກຢູ່ແຂວງ ໄຊສົມບູນ ໂດຍບໍລິສັດໃຫຍ່ COECCO ຫວຽດນາມ ຮ່ວມມືກັບລັດຖະບານ ລາວ ມີຍອດຈຳນວນເງິນລົງທຶນກ່ວາ 29 ລ້ານ USD ເຊິ່ງຈະນຳມາໃຫ້ແຫຼ່ງລາຍຮັບງົບປະມານ ບໍ່ແມ່ນໜ້ອຍໃຫ້ແກ່ ລາວ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງ ໄຊສົມບູນ ເວົ້າສະເພາະ ແລະ ຂອງປະເທດ ລາວ ເວົ້າລວມ.
        ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ ຄຳລຽນ ພົນເສນາ ຖືວ່າ: ນີ້ແມ່ນໂຄງການໃຫຍ່, ຈະນຳມາເຊິ່ງປະສິດທິຜົນດ້ານເສດຖະກິດ, ບໍ່ພຽງແຕ່ຊ່ວຍ ພັດທະນາເສດຖະກິດ - ສັງຄົມຢູ່ທ້ອງຖິ່ນເທົ່ານັ້ນ ຫາກຍັງປະກອບສ່ວນພັດທະນາເສດຖະກິດ - ສັງຄົມ ຂອງປະເທດຊາດອີກດ້ວຍ. ທ່ານຢືນຢັນວ່າ: ໂຄງການຮ່ວມມືນີ້ ຈະປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລັດຖະບານ 2 ປະເທດ ລາວ ແລະ ຫວຽດນາມ ຕື່ມອີກ.
 (ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

ວັນທີ 31 ຕຸລາ, ກອງປະຊຸມຄັ້ງທີ 43 ຂອງສະມັດຊາໃຫຍ່ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ໄດ້ດຳເນີນຢູ່ນະຄອນ Samarkand, ອູເບກິດສະຖານ, ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງ 300 ປີແຫ່ງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ.

Top