• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວ ສືບຕໍ່ປັບປຸງການພົວພັນຄູ່ຮ່ວມມືຮອບດ້ານ

      ເນື່ອງໃນໂອກາດປີໃໝ່ ແລະ ບຸນເຕັດຂອງ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ອາເມລິກາ ໄມ ໄຊຍະວົງ ແລະ ພັນລະຍາ ພ້ອມດ້ວຍພະນັກງານ, ພາລະກອນສະຖານທູດ ລາວ

ຫວຽດນາມ - ລາວ ສືບຕໍ່ປັບປຸງການພົວພັນຄູ່ຮ່ວມມືຮອບດ້ານ (ພາບ: Vietnam+)
      ໄດ້ໄປອວຍພອນທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຟ້າມກວາງວີງ, ພ້ອມດ້ວຍພັນລະຍາ ແລະ ໝູ່ຄະນະສະຖານທູດ ຫວຽດນາມ. ນີ້ແມ່ນການເຄື່ອນໄຫວທີ່ເປັນມູນເຊື້ອ, ສະແດງໃຫ້ເຫັນຄວາມຜູກພັນ, ສະໜິດສະໜົມລະຫວ່າງ 2 ສະຖານທູດ ຫວຽດນາມ ແລະ ລາວ ຢູ່ນະຄອນຫລວງ ວໍຊິງຕັນ.
        ໃນບັນຍາກາດຖານສະຫາຍອ້າຍນ້ອງ, ເອກອັກຄະລັດຖະທູດ 2 ທ່ານໄດ້ແຈ້ງໃຫ້ກັນຊາບກ່ຽວກັບການພັດທະນາທຸກດ້ານຂອງແຕ່ລະປະເທດ, ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນສຳເລັດຂອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017 ແລະ ການພັດທະນາເຂັ້ມແຂງຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top