• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢືດໝັ້ນສະໜັບສະໜູນພາລະກິດແຫ່ງການຕໍ່ສູ້ອັນຊອບທຳຂອງປະຊາຊົນ ປາແລັດສະຕິນ

ທີ່ການພົບປະສົນທະນາ, ລັດຖະມົນຕີ 2 ທ່ານໄດ້ພ້ອມກັນແລກປ່ຽນ ແລະ ເປັນເອກະພາບບັນດາມາດຕະການລະອຽດ ແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ປາແລັດສະຕິນ.
ທີ່ການພົບປະສົນທະນາ (ພາບ: baoquocte.vn)

ຫວຽດນາມ ສະໜັບສະໜູນມາດຕະການແກ້ໄຂ 2 ລັດ, ມີຄວາມສະເໝີຕົ້ນສະເໝີປາຍສະໜັບສະໜູນພາລະກິດແຫ່ງການຕໍ່ສູ້ອັນຊອບທຳຂອງປະຊາຊົນ ປາແລັດສະຕິນ ເພື່ອເອກະລາດ ແລະ ບັນດາສິດຕັດສິນດ້ວຍຕົນເອງຂອງຊາດ”. ນີ້ແມ່ນສານຂອງທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ທີ່ການພົບປະສົນທະນາກັບ ທ່ານ Varsen Aghabekian Shahin, ລັດຖະມົນຕີການຕ່າງປະເທດ ປາແລັດສະຕິນ ແລະ ຊາວຕ່າງດ້າວລັດ ປາແລັດສະຕິນ, ໃນຕອນບ່າຍວັນທີ 26 ພະຈິກ, ຢູ່ ຮ່າໂນ້ຍ.

ທີ່ການພົບປະສົນທະນາ, ລັດຖະມົນຕີ 2 ທ່ານໄດ້ພ້ອມກັນແລກປ່ຽນ ແລະ ເປັນເອກະພາບບັນດາມາດຕະການລະອຽດ ແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ປາແລັດສະຕິນ, ໃນນັ້ນ, ມີການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ; ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ ຜ່ານການສ້າງເງື່ອນໄຂສະດວກໃຫ້ປະຊາຄົມວິສາຫະກິດ 2 ປະເທດຊອກຫາໂອກາດຮ່ວມມືລົງທຶນ, ດຳເນີນທຸລະກິດ, ເປີດກວ້າງການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ການພົບປະແລກປ່ຽນປະຊາຊົນ…

ເນື່ອງໃນໂອກາດນີ້, ລັດຖະມົນຕີ 2 ທ່ານກໍ່ໄດ້ເຊັນສັນຍາຍົກເວັ້ນວີຊາໃຫ້ແກ່ຜູ້ຖືມີໜັງສືຜ່ານແດນທາງການທູດຂອງແຕ່ລະປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານວາລະປະຊຸມຄັ້ງທີ 15 ສະພາແຂ່ງຂັນຍ້ອງຍໍສູນກາງ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານວາລະປະຊຸມຄັ້ງທີ 15 ສະພາແຂ່ງຂັນຍ້ອງຍໍສູນກາງ

ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ ແຕ່ໃນອາຍຸການນີ້ກໍ່ມີເງື່ອນໄຂເພື່ອພົບເຫັນບັນດາໝູ່ຄະນະ, ສ່ວນບຸກຄົນດີເດັ່ນ, ພິເສດແມ່ນໃນໄລຍະເກີດພະຍາດໂຄວິດ -19.

Top