• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ມຽນມາ ເພີ່ມທະວີການຮ່ວມມືສອງຝ່າຍ

      ໂດຍປະຕິບັດຂໍ້ຕົກລົງລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ມຽນມາ, ການທາບທາມຄຳເຫັນດ້ານການເມືອງຄັ້ງທີ 7 ໄດ້ດຳເນີນໃນວັນທີ 29 ພຶດສະພາ 2017 ຢູ່ Nay Pyi Taw, ນະຄອນຫຼວງ ມຽນມາ. 

      ຄະນະຜູ້ແທນ ຫວຽດນາມ ໂດຍທ່ານດັ້ງດິ່ງກຸ໋ຍ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ນຳໜ້າ ແລະ ຄະນະຜູ້ແທນ ມຽນມາ ໂດຍທ່ານ Kyaw Tin, ຮອງລັດຖະມົນຕີກະຊວງການຕ່າງປະເທດນຳໜ້າ. ນະທີ່ນີ້, 2 ຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນກໍ່ຄືການພົວພັນແລກປ່ຽນລະຫວ່າງປະຊາຊົນ 2 ປະເທດກ່ວາອີກ, ຊຸກຍູ້ ແລະ ເປີດກ້ວາງໃນຫຼາຍຂົງເຂດຮ່ວມມື. 2 ຝ່າຍກໍ່ເຫັນດີເພີ່ມທະວີການສົມທົບ ແລະ ການຮ່ວມມືຢ່າງແໜ້ນແຟ້ນນຳກັນໃນ ອາຊຽນ, ສປຊ ແລະ ໃນບັນດາກົນໄກຮ່ວມມືພາກພື້ນອື່ນໆອີກ, ເນັ້ນໜັກວ່າ: ຄວນເພີ່ມທະວີຄວາມສາມັກຄີ ແລະ ລັກສະນະຢຶດໝັ້ນຂອງ ອາຊຽນ ເພື່ອເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ. ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍເຫັນດີຄວນແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີອີງໃສ່ກົດໝາຍສາກົນ, ຢັ້ງຢືນຄວາມຕັດສິນໃຈພ້ອມກັບບັນດາປະເທດ ອາຊຽນ ແລະ ຈີນ ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ຢ່າງມີປະສິດທິຜົນໂດຍໄວ ແລະ ມີຄວາມຜູກມັດກ່ຽວກັບດ້ານນິຕິກຳ. 2 ຝ່າຍເຫັນດີຈະຈັດຕັ້ງກອງປະຊຸມທາບທາມຄຳເຫັນດ້ານການເມືອງຄັ້ງທີ 8 ຢູ່ ຫວຽດນາມ ໃນປີ 2018.
        ທີ່ການຕ້ອນຮັບທ່ານຮອງລັດຖະມົນຕີ ດັ້ງດິ່ງກູ່ຍ, ທ່ານນາງ Ong San Su Chi, ທີ່ປຶກສາແຫ່ງລັດ, ລັດຖະມົນຕີການຕ່າງປະເທດ ມຽນມາ ຢັ້ງຢືນວ່າ ຖືເປັນສຳຄັນທີ່ສຸດ ແລະ ຈະມານະພະຍາຍາມຊຸກຍູ້ເພື່ອໃຫ້ການພົວພັນ 2 ປະເທດມີບາດກ້າວພັດທະນາໃໝ່ ແລະ ຮອບດ້ານກ່ວາໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top