ຂ່າວສານ
ຫວຽດນາມ ມຸ່ງໄປເຖິງຄວາມເປັນເຈົ້າການ ແລະ ຢັ້ງຢືນອະທິປະໄຕທາງດີຈີຕອນແຫ່ງຊາດ ກ່ຽວກັບ AI
ຫວຽດນາມ ບືນຕົວຂຶ້ນກ່ຽວກັບຄວາມເປັນເຈົ້າການເທື່ອລະກ້າວ, ມຸ່ງໄປເຖິງການເປັນເຈົ້າການ ແລະ ຢັ້ງຢືນອະທິປະໄຕດີຈີຕອນແຫ່ງຊາດກ່ຽວກັບ AI. ນີ້ແມ່ນຂໍ້ມູນໄດ້ເນັ້ນໜັກ ຢູ່ກອງປະຊຸມສຳມະນາ “ປັນຍາປະດິດ (AI) - ໃນການຊຸກຍູ້ລະບົບນິເວດແຫ່ງການຜະລິດເຕັກໂນໂລຢີສູງ ແລະ ຊິບເຄິ່ງຊັກນຳໄຟຟ້າຢູ່ ຫວຽດນາມ” ທີ່ໄດ້ດຳເນີນໃນວັນທີ 8 ພະຈິກ ຢູ່ຮ່າໂນ້ຍ.
ຢູ່ກອງປະຊຸມສຳມະນາ, ທ່ານ ຫວູກວັກຮູຍ, ຜູ້ອຳນວຍການ NIC ຢັ້ງຢືນວ່າ ຫວຽດນາມ ບໍ່ພຽງແຕ່ພັດທະນາເຕັກໂນໂລຢີເທົ່ານັ້ນ ຫາກຍັງມຸ່ງໄປເຖິງການປູກລ້ຽງນະວັດຕະກຳ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ສ້າງບັນດາສູນການຜະລິດອັດສະລິຍະທີ່ເຂັ້ມຂຸ້ນໄປດ້ວຍສີສັນ ຫວຽດນາມອີກດ້ວຍ. ທ່ານໃຫ້ຮູ້ວ່າ:
NIC ຈະສືບຕໍ່ຜັນຂະຫຍາຍບັນດາຍຸດທະສາດພັດທະນາ ຂະແໜງອຸດສາຫະກຳຊິບເຄິ່ງຊັກນຳໄຟຟ້າ ຂອງ ຫວຽດນາມ ຈົນຮອດປີ 2030 ແລະ ກຳນົດທິດຮອດປີ 2050 ກໍ່ຄືໂຄງການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າຈົນຮອດປີ 2050 ໂດຍນາຍົກລັດຖະມົນຕີ ປະກາດໃຊ້.








