ຫວຽດນາມ ມຸ່ງໄປເຖິງເປົ້າໝາຍ 100 ປີສູນນະວັດຕະກຳໃນທົ່ວປະເທດ, ໃນນັ້ນ, ແຕ່ລະທ້ອງຖິ່ນ, ແຕ່ລະກະຊວງ, ຂະແໜງການມີຢ່າງໜ້ອຍສຸດ 1 ສູນນະວັດຕະກຳ. ນີ້ແມ່ນຂໍ້ມູນຕົ້ນຕໍ່ທີ່ໄດ້ຍົກອອກມາໃນເວທີປາໄສນະໂຍບາຍນະວັດຕະກຳລະດັບຊາດ ໂດຍກົມນະວັດຕະກຳ (ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ) ແລະ ສູນນະວັດຕະກຳແຫ່ງຊາດ (ກະຊວງການເງິນ) ສົມທົບກັນຈັດຂຶ້ນໃນຕອນບ່າຍວັນທີ 01 ຕຸລາ, ຢູ່ ຮ່າໂນ້ຍ.
ຕາມແຜນຮ່າງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ບັນດາສູນນະວັດຕະກຳນີ້ຈະເປັນຂົວຕໍ່ ແລະ ແບ່ງປັນຜົນປະໂຫຍດຈາການຄົ້ນຄວ້າ, ສ້າງຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ ແລະ ຍືນຍົນໃນລະບົບຊີວະພາບນະວັດຕະກຳແຫ່ງຊາດ. ທ່ານ ຫງວຽນມາຍເຢືອງ, ຫົວໜ້າກົມນະວັດຕະກຳ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ຊີ້ແຈ້ງວ່າ:
“ຈິດໃຈນະວັດຕະກຳ, ຈິດໃຈເລີ່ມຕົ້ນທຸລະກິດ ຕ້ອງໄດ້ຮັບການຫຼໍ່ຫຼອມ, ບຳລຸງສ້າງ ແລະ ຕ້ອງໄດ້ສົ່ງເສີມຈາກປະຊາຊົນແຕ່ລະຄົນ ແລະ ແຕ່ລະຄົນຈະແມ່ນຜູ້ນະວັດຕະກຳໜຶ່ງ. ມີຈິດໃຈນັ້ນ, ພວກເຮົາຈຶ່ງມີຫຼາຍວິສາຫະກິດພັດທະນາຢ່າງແຮງ, ມີຫຼາຍວິສາຫະກິດນຳພາດ້ານເຕັກໂນໂລຊີ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມ”.