• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມີພະຍານຫລັກຖານປະຫວັດສາດ ແລະ ນິຕິກຳເພື່ອຢັ້ງຢືນອະທິປະໄຕສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ

ຫວຽດນາມໄດ້ສົ່ງຈົດໝາຍທາງການເຖິງ ສປຊ ແມ່ນວຽກງານທຳມະດາເພື່ອສະແດງໃຫ້ເຫັນຫລັກໝັ້ນ ແລະປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳ ຖືກຕາມກົດໝາຍຂອງຫວຽດນາມ. 


 ທ່ານ ໂງຕວານທັງ, ຮອງ ໂຄສົກກະຊວງການຕ່າງປະເທດຫວຽດນາມ 

ພາບ:baoquocte


ທີ່ການຖະແຫລງຂ່າວປະຈຳເດືອນຂອງກະຊວງການຕ່າງປະເທດຫວຽດນາມໃນວັນທີ 23 ເມສາ, ເມື່ອຕອບຄຳຖາມຂອງນັກຂ່າວໂດຍໃຫ້ຮູ້ ປະຕິກິລິຍາຂອງຫວຽດນາມຕໍ່ເລື່ອງ ຈີນສົ່ງຈົດໝາຍທາງການເຖິງ ສປຊ ໃນວັນທີ 17ເມສາ ເພື່ອຍົກໃຫ້ເຫັນຄຳຮຽກສິດຢູ່ທະເລຕາເວັນອອກ, ທ່ານ ໂງຕວານທັງ, ຮອງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢືນຢັນວ່າ:

ວັນທີ 9 ເມສາປີ 2020 ຫວຽດນາມໄດ້ສົ່ງຈົດໝາຍທາງການເຖິງ ສປຊ ແມ່ນວຽກງານທຳມະດາເພື່ອສະແດງໃຫ້ເຫັນຫລັກໝັ້ນ ແລະປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳ ຖືກຕາມກົດໝາຍຂອງຫວຽດນາມ. ເລື່ອງຈີນ ມີຈົດໝາຍທາງການໂດຍຍົກໃຫ້ເຫັນບັນດາຄຳຮຽກສິດອະທິປະໄຕໄຮ້ເຫດຜົນສຳລັບໝູ່ເກາະຮ່ວາງຊາ ແລະເຈື່ອງຊາ ບໍ່ສອດຄ່ອງກັບກົດໝາຍສາກົນແລະພ້ອມກັບບັນດາຄຳຮຽກສິດຢູ່ທະເລຕາເວັນອອກ ແມ່ນໄປຝືນກັບຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ວັນທີ 30 ມີນາປີ 2020 ຫວຽດນາມມີຈົດໝາຍທາງການສົ່ງເຖິງສປຊ ເພື່ອປະຕິເສດບັນດາຄຳຮຽກສິດນັ້ນ.

ຫວຽດນາມຢັ້ງຢືນເປັນຫລາຍເທື່ອແລ້ວ:ຫວຽດນາມມີພະຍານຫລັກຖານປະຫວັດສາດແລະນິຕິກຳຢ່າງ ຄົບຖ້ວນເພື່ອຢັ້ງຢືນອະທິປະໄຕສຳລັບໝູ່ເກາະຮ່ວາງຊາແລະເຈື່ອງຊາ. ຫວຽດນາມ ຖືວ່າ ທຸກປະເທດ ຕ້ອງມີພັນທະ ແລະຜົນປະໂຫຍດລວມໃນການເຄົາລົບບັນດາຫລັກການພື້ນຖານຂອງກົດໝາຍສາກົນ. ທຸກການກະທຳກໍ່ຜົນສະທ້ອນເຖິງອະທິປະໄຕຫວຽດນາມສຳລັບສອງໝູ່ເກາະດັ່ງກ່າວ, ອຳນາດອະທິປະໄຕ ແລະ ອຳນາດສານຂອງຫວຽດນາມສຳລັບເຂດທະເລຂອງຕົນແມ່ນບໍ່ມີຄຸນຄ່າ, ບໍ່ໄດ້ຮັບການຮັບຮູ້ ແລະ ຫວຽດນາມ ເດັດດ່ຽວຄັດຄ້ານ.

 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top