• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມີການປະກອບສ່ວນສຳຄັນຫຼາຍຢ່າງໃນການປະຕິບັດບັນດາເປົ້າໝາຍຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ

      ຢູ່ນະຄອນໂຮ່ຈີມິນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານ, ກະຊວງການຕ່າງປະເທດ ຫວຽດນາມ ຈັດຕັ້ງກອງປະຊຸມສະຫລຸບແຜນການກໍ່ສ້າງ ແລະ ຜັນຂະຫຍາຍແຜນການປະຕິບັດບັນດາເປົ້າໝາຍຂອງປະຊາຄົມ ວັດທະນະທຳ - ສັງຄົມ ອາຊຽນ
ວັນທີ 10 ສິງຫາ, ຢູ່ນະຄອນໂຮ່ຈີມິນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານ, ກະຊວງການຕ່າງປະເທດ ຫວຽດນາມ ຈັດຕັ້ງກອງປະຊຸມສະຫລຸບແຜນການກໍ່ສ້າງ ແລະ ຜັນຂະຫຍາຍແຜນການປະຕິບັດບັນດາເປົ້າໝາຍຂອງປະຊາຄົມ ວັດທະນະທຳ - ສັງຄົມ ອາຊຽນ ຮອດປີ 2025 (ແຜນຮ່າງ 161) ແລະ ວຽກງານໂຄສະນາເຜີຍແຜ່ ອາຊຽນ ຢູ່ພາກໃຕ້. ນີ້ແມ່ນໂອກາດເພື່ອໃຫ້ບັນດາທ້ອງຖິ່ນ, ອົງການກ່ຽວຂ້ອງເຂົ້າໃຈກ່ຽວກັບການເຄື່ອນໄຫວຮ່ວມຂອງ ອາຊຽນ ກ່ວາອີກ, ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ເມື່ອເຂົ້າເປັນສະມາຊິກຂອງ ອາຊຽນ, ແບ່ງປັນບົດຮຽນໃນການປະຕິບັດແຜນຮ່າງ 161 ເພື່ອເຊື່ອມຕໍ່ ແລະ ໝູນໃຊ້ບຸລິມະສິດພາກພື້ນ, ຕອບສະໜອງບຸລິມະສິດຢູ່ພາຍໃນປະເທດ.
        ຕາມທ່ານ ຫງວຽນແມ້ງເກື່ອງ, ຫົວໜ້າກົມຮ່ວມມືສາກົນ - ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ແລ້ວ, ປະຊາຄົມອາຊຽນ ໄດ້ຮັບການສ້າງຕັ້ງດ້ວຍ 3 ເສົາຄ້ຳ ແມ່ນປະຊາຄົມ ການເມືອງ - ຄວາມໝັ້ນຄົງ, ປະຊາຄົມເສດຖະກິດ ແລະ ປະຊາຄົມວັດທະນະທຳ - ສັງຄົມ. ຫວຽດນາມ ເຂົ້າເປັນສະມາຊິກຂອງ ອາຊຽນ ບົນຈິດໃຈຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ.
        ຕາມກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມແລ້ວ, ແຜນການສັງລວມປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ລະດັບຊາດ 2025 ໄດ້ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ, ຕິດພັນຢ່າງແໜ້ນແຟ້ນກັບການຍົກສູງລະບອບ, ສ້າງໂຄງປະກອບການຈັດຕັ້ງໃຫ້ສົມບູນແບບ ແລະ ປະຕິຮູບລະບຽບການບໍລິຫານ, ສ້າງຄວາມສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. 
 (ແຫຼ່ງຄັດຈາກ VOV)

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top