• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອຮັບປະກັນໃຫ້ພົນລະເມືອງທຸກຄົນໄດ້ໃຊ້ສິດທິມະນຸດຢ່າງຄົບຖ້ວນ

ທີ່ວາລະກອງປະຊຸມປຶກສາຫາລືລວມຂອງກອງປະຊຸມຂັ້ນສູງໃນຂອບເຂດກອງປະຊຸມໄລຍະປະຈຳຄັ້ງທີ 37 ຂອງສະພາສິດທິມະນຸດສະຫະປະຊາຊາດ ທີ່ດຳເນີນໃນວັນທີ 28 ກຸມພາ ຢູ່ເຊີແນວ, ສະວິດ

ຄະນະຜູ້ແທນຫວຽດນາມໄດ້ເຂົ້າຮ່ວມວາລະກອງປະຊຸມ (ພາບ: TTXVN)

ທ່ານ ເຢືອງຈີ໋ຢຸງ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສະວິດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການສາກົນຕ່າງໆຢູ່ເຊີແນວ ພ້ອມດ້ວຍຫົວໜ້າຄະນະຜູ້ແທນຫວຽດນາມໄດ້ເຂົ້າຮ່ວມວາລະກອງປະຊຸມດັ່ງກ່າວ.

ກ່າວຄຳເຫັນທີ່ວາລະກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ເຢືອງຈີ໋ຢຸງ ເນັ້ນໜັກວ່າ ເພື່ອແກ້ໄຂບັນດາສິ່ງທ້າທາຍໃຫຍ່, ແຕ່ການປະທະກັນດ້ານອາວຸດ, ບໍ່ສະເໝີພາບ ຕະຫຼອດຮອດ ຄວາມທຸກຍາກຂາດເຂີນ ແລະ ຜົນກະທົບຫຍໍ້ທໍ້ຈາກສະພາບການປ່ຽນແປງຂອງດິນຟ້າອາກາດ, ປະຊາຄົມສາກົນຕ້ອງເພີ່ມທະວີການຮ່ວມມື ແລະ ສົນທະນາ, ສ້າງນະໂຍບາຍ ຖືປະຊາຊົນເປັນໃຈກາງ ເພື່ອແນໃສ່ການນຳເອົາຜົນປະໂຫຍດຈາກການຫັນເປັນໂລກາພິວັດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ່ 04 ໄປສູ່ທົ່ວປວງຊົນ.

ທ່ານ ເອກອັກຄະລັດຖະທູດ ເຢືອງຈີ໋ຢຸງ ຢັ້ງຢືນວ່າ ຫວຽດນາມປະຕິບັດບັນດາຄຳໝັ້ນສັນຍາສາກົນຢ່າງເຂັ້ມງວດ, ໃນນັ້ນ ການເຮັດສຳເລັດບົດລາຍງານແຫ່ງຊາດ ສົນທິສັນຍາສາກົນກ່ຽວກັບການຕ້ານການທໍລະມານ, ສົນທິສັນຍາກ່ຽວກັບສິດພົນລະເຮືອນ ແລະ ການເມືອງ, ຜັນຂະຫຍາຍບັນດາຂໍ້ສະເໜີແນະ ທີ່ໄດ້ຮັບຮອງເອົາຕາມກົນໄກການກວດກາເປັນໄລຍະທົ່ວໄປຮອບວຽນທີ 2 ແລະ ກະກຽມໃຫ້ບົດລາຍງານຢູ່ຮອບວຽນທີ 03.

ເຕື້ອງເຖິງບາງສິ່ງທ້າທາຍທີ່ຫວຽດນາມກຳລັງປະເຊີນໜ້ານັ້ນ, ທ່ານ ເອກອັກຄະລັດຖະທູດ ເຢືອງຈີ໋ຢຸງ ອີກເທື່ອໜຶ່ງຢັ້ງຢືນວ່າ  ຫວຽດນາມຈະມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ພົນລະເມືອງຫວຽດນາມທຸກຄົນລ້ວນແຕ່ໄດ້ໃຊ້ສິດທິມະນຸດຢ່າງຄົບຖ້ວນ.

(ແຫຼ່ງຄັດຈາກ VOV)


ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top