• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມານະພະຍາຍາມ ຮ່ວມມືກັບປະຊາຄົມສາກົນ ເພື່ອບັນລຸໃຫ້ໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງໃນປີ 2030

ທ່ານ ຫງວຽນຮ່ວາງງວຽນ, ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ ໄດ້ຮຽກຮ້ອງເພີ່ມທະວີການຮ່ວມມື ແລະ ການເຄື່ອນໄຫວສາກົນ ເພື່ອແນໃສ່ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ...
ທ່ານ ຫງວຽນຮ່ວາງງວຽນ, ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ

ໃນເວລາ 2 ມື້ (ວັນທີ 3 – 4 ຕຸລາ), ຢູ່ນິວຢອກ, ປະເທດ ອາເມລິກາ ໄດ້ດຳເນີນພິທີໄຂຂອງກອງປະຊຸມ ຄະນະກຳມະການ ເສດຖະກິດ - ການເງິນ (ຄະນະກຳມະການ 2) ຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 78.    

ກ່າວຄຳເຫັນທີ່ວາລະປຶກສາຫາລືຮ່ວມ, ທ່ານ ຫງວຽນຮ່ວາງງວຽນ, ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ ໄດ້ຮຽກຮ້ອງເພີ່ມທະວີການຮ່ວມມື ແລະ ການເຄື່ອນໄຫວສາກົນ ເພື່ອແນໃສ່ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ນຳໂຄງການດຳເນີນງານປີ 2030 ກ່ຽວກັບການພັດທະນາແບບຍືນຍົງກັບຄືນສູ່ການເຄື່ອນໄຫວທີ່ໄດ້ວາງອອກ. ຜູ້ຕາງໜ້າ ຫວຽດນາມ ໄດ້ຮຽກຮ້ອງເພີ່ມທະວີການເຄື່ອນໄຫວໃນ 3 ຂົງເຂດ, ລວມມີ: ກ່ຽວກັບເສດຖະກິດ - ການເງິນ, ຄວນຍູ້ໄວການປະຕິຮູບໂຄງປະກອບການເງິນສາກົນ, ຜັນຂະຫຍາຍບ້ວງເງິນໜູນຊ່ວຍບັນດາເປົ້າໝາຍພັດທະນາແບບຍືນຍົງ ເພື່ອແນໃສ່ປຸກລະດົມແຫຼ່ງກຳລັງໜູນຊ່ວຍບັນດາປະເທດພວມພັດທະນາ. ກ່ຽວກັບບັນດາບັນຫາສັງຄົມ, ຄວນສືບຕໍ່ບຸລິມະສິດລົບລ້າງຄວາມທຸກຍາກ ຜ່ານການເພີ່ມທະວີການຄ້ຳປະກັນດ້ານສະບຽງອາຫານ, ການລົງທຶນໃຫ້ແກ່ການສຶກສາ, ຮັບປະກັນການເຮັດວຽກຢ່າງໝັ້ນຄົງ ແລະ ສະຫວັດດີການສັງຄົມໃຫ້ປະຊາຊົນທຸກຄົນ. ກ່ຽວກັບດ້ານສິ່ງແວດລ້ອມ, ຄວນຊຸກຍູ້ການກະທຳງເພື່ອດິນຟ້າອາກາດ ແລະ ເພີ່ມທະວີດ້ານການເງິນໃນຂົງເຂດດິນຟ້າອາກາດ, ໜູນຊ່ວຍບັນດາປະເທດພວມພັດທະນາຫັນປ່ຽນພະລັງງານ, ຍູ້ໄວການຜັນຂະຫຍາຍບັນດາເປົ້າໝາຍຂອງແຜນການແມ່ຊີວະນາໆພັນ ຄຸນໝິນ - Montreal.

(ແຫຼ່ງຄັດຈາກ VOV)

ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 93% ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 93% ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

ຕາມຂໍ້ກຳນົດແລ້ວ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ສິ້ນສຸດລົງໃນຕອນເວລາ 19 ໂມງຂອງວັນທີ 15 ມີນາ ຍົກເວັ້ນກໍລະນີແກ່ຍາວເວລາຕາມຂໍ້ກຳນົດແຕ່ບໍ່ເກີນ 21 ໂມງ.

Top