• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມອບເຄື່ອງວິໄຈໂຄວິດ-19 ຈຳນວນ 500 ຊຸດ ໃຫ້ ອິນໂດເນເຊຍ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ມອບບັນດາເຄື່ອງວິໄຈໄວຣັດ SARS-COV-2 ໃຫ້ປະເທດ ອິນໂດເນເຊຍ ຄືດັ່ງຂອງຂວັນແຫ່ງຄວາມມິດຕະພາບ, ສະແດງໃຫ້ເຫັນຄວາມຕັດສິນໃຈ, ຮ່ວມແຮງຮ່ວມໃຈຄວບຄຸມໂລກລະບາດໂຄວິດ-19. 

ຫວຽດນາມ ມອບເຄື່ອງວິໄຈໂຄວິດ-19 ຈຳນວນ 500 ຊຸດ ໃຫ້ ອິນໂດເນເຊຍ

ບັນດາເຄື່ອງອຸປະກອນວິໄຈໄວຣັດ SARS-COV-2 ໂດຍ ຫວຽດນາມ ຄົ້ນຄວ້າ, ຜະລິດ ໄດ້ຮັບການຂົນສົ່ງທາງອາກາດໄປຍັງ ອິນໂດເນເຊຍ ໃນວັນທີ 05 ເມສາ ແລະ ໄດ້ສົ່ງເຖິງຫ້ອງທົດລອງຄົ້ນຄວ້າວິໄຈເຊື້ອພະຍາດຢູ່ໃຈກາງນະຄອນຫລວງ ຈາກາກຕາ ໃນທັນທີ.

    ປັດຈຸບັນ, ອິນໂດເນເຊຍ ພວມຕົກເຂົ້າໃນສະພາບການຂາດບັນດາເຄື່ອງອຸປະກອນການແພດ. ໄລ່ຮອດວັນທີ 04 ເມສາ, ມີພຽງແຕ່ 9.700 ຄົນທີ່ໄດ້ຮັບການວິໄຈໂຄວິດ-19 ໃນຍອດຈຳນວນ 260 ລ້ານຄົນຂອງປະເທດນີ້.

 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top