ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ໄທ ແລະ ກຳປູເຈຍ ປະຕິບັດຂໍ້ຕົກລົງຢຸດຍິງ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ໄທ ມາຣິດ ສະງຽມພອງ ໃນຕອນບ່າຍວັນທີ 29 ກໍລະກົດ, ຢູ່ນະຄອນຫຼວງ ບາງກອກ, ປະເທດ ໄທ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ຊົມເຊີຍເລື່ອງ ໄທ ແລະ ກຳປູເຈຍ ບັນລຸໄດ້ຂໍ້ຕົກລົງຢຸດຍິງ; ທ່ານປາດຖະໜາວ່າ 2 ຝ່າຍຈົ່ງລະງັບໃຈ, ບໍ່ນຳໃຊ້ອາວຸດ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ ແລະ ສົມເຫດສົມຜົນ ໂດຍອີງໃສ່ບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ກົດບັດສະຫະປະຊາຊາດ, ກົດບັດ ອາຊຽນ…
ທີ່ການພົບປະ, ລັດຖະມົນຕີ 2 ທ່ານໄດ້ເຫັນດີສົມທົບກັນຜັນຂະຫຍາຍວິທີການໃໝ່ເພື່ອຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ໃນນັ້ນມີບັນດາຂໍລິເລີມເຊື່ອມຕໍ່ການທ່ອງທ່ຽວຢູ່ພາກພື້ນ ອາຊຽນ; ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ເພີ່ມທະວີການແຮກສ່ຽວທ້ອງຖິ່ນ 2 ປະເທດ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ; ສູ້ຊົນນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 25 ຕື້ USD ຕາມທິດສ້າງຄວາມດຸ່ນດ່ຽງ ແລະ ຍືນຍົງກວ່າໂດຍໄວ.