• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະດິດສ້າງຫຸ່ນຍົນຖູພື້ນຂ້າເຊື້ອປ້ອງກັນພະຍາດໂຄວິດ-19 ສຳເລັດຜົນ

      ໃນຮອບເວລາພຽງແຕ່ 2 ອາທິດກວ່າ, ນັກວິທະຍາສາດ ຫວຽດນາມ ໄດ້ປະດິດຫຸ່ນຍົນຖູພື້ນຂ້າເຊື້ອປ້ອງກັນພະຍາດໂຄວິດ-19 ໄດ້ ສຳເລັດ. 
            ນີ້ແມ່ນຫົວຂໍ້ຄົ້ນຄວ້າ, ປະດິດສ້າງໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ມອບໃຫ້ສະຖາບັນໝູນໃຊ້ເຕັກໂນໂລຊີປະຕິບັດ. ບັນດາຫຸ່ນຍົນສາມາດເຄື່ອນໄຫວໃນບໍລິເວນແຍກຕົວ ເພື່ອປ່ຽນແທນ, ໜູນຊ່ວຍໃຫ້ພາລະກອນການແພດ ໃນວຽກງານຖູພື້ນໃຊ້ຢາຂ້າເຊື້ອ.

ຫວຽດນາມ ປະດິດສ້າງຫຸ່ນຍົນຖູພື້ນຂ້າເຊື້ອປ້ອງກັນພະຍາດໂຄວິດ-19 ສຳເລັດຜົນ (ພາບ: chinhphu.vn)
      ວັນທີ 15 ເມສາ, ທີ່ໂຮງໝໍພະຍາດເຂດຮ້ອນສູນກາງ, ສາຂາ ກິມຈູງ, ເມືອງ ດົງແອັງ, ຮ່າໂນ້ຍ ໄດ້ທົດລອງການເຄື່ອນໄຫວຂອງຫຸ່ນຍົນຖູພື້ນຂ້າເຊື້ອທີ່ມີຊື່ວ່າ NaRoVid-1. ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນວັນກິ໊ງ, ປະທານສະມາຄົມພະນັກງານການແພດສະເພາະພະຍາດຕິດແປດ ຫວຽດນາມ ໃຫ້ຮູ້ວ່າ:
        “ໄວຣັດ SARS-CoV-2 ທີ່ກໍ່ໃຫ້ເກີດພະຍາດໂຄວິດນັ້ນ ແມ່ນພະຍາດທີ່ມີການຕິດແປດຜ່ານທາງລະບົບຫາຍໃຈ. ຜູ້ເບິ່ງແຍງດູແລ, ຮັບໃຊ້, ຖັນແຖວແພດໝໍແມ່ນບຸກຄົນທີ່ມີຄວາມສ່ຽງຕິດແປດຢ່າງສູງ - ນີ້ແມ່ນຄວາມຈິງ. ດັ່ງນັ້ນ, ຫຼັກການແມ່ນ ນອກຈາກເລື່ອງ ປະຕິບັດບັນດາມາດຕະການປ້ອງກັນຢ່າງເຂັ້ມງວດ ແລ້ວ ຄວນຫລຸດຜ່ອນເວລາສຳຜັດຂອງພະນັກງານການແພດ, ຜູ້ຮັບໃຊ້, ເພື່ອຫລຸດຜ່ອນຄວາມສ່ຽງຕິດແປດລົງ, ດັ່ງນັ້ນ, ພວກເຮົາຕ້ອງນຳໃຊ້ຫຸ່ນຍົນ ເພື່ອແທນໃຫ້ມະນຸດ ແລະ ຍິ່ງໄປກ່ວານັ້ນ ແມ່ນກຳລັງຕິດຕັ້ງຂອງຫຸ່ນຍົນ ຈະດີກ່ວາມະນຸດ. ”
         ກຸ່ມຄົ້ນຄວ້າໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ ຈະສືບຕໍ່ດັດແປງຫຸ່ນຍົນ ເພື່ອຮັບໃຊ້ໃນວິວັດການເຄື່ອນໄຫວຕົວຈິງໃຫ້ດີກ່ວາ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top