• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະກອບສ່ວນເຂົ້າໃນຜົນສຳເລັດຂອງ IPU 147 ຢ່າງມີປະສິດທິຜົນ

ໃນໂຄງການດຳເນີນງານຂອງກອງປະຊຸມສະມັດຊາໃຫຍ່, ບັນດາຜູ້ແທນ ຫວຽດນາມ ເຂົ້າຮ່ວມບັນດາວາລະປະຊຸມວິຊາສະເພາະ ຂອງເວທີປາໄສ ສະມາຊິກລັດຖະສະພາຍິງ IPU ແລະ ເວທີປາໄສສະມາຊິກ ລັດຖະສະພາໜຸ່ມທົ່ວໂລກ.
ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ່ງ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ

ກອງປະຊຸມສະມັດຊາໃຫຍ່ ສະຫະພັນລັດຖະສະພາໂລກ ຄັ້ງທີ 147 (IPU 147) ຈັດຂຶ້ນຢູ່ນະຄອນຫຼວງ Luanda ( ປະເທດ Angola) ໄດ້ສິ້ນສຸດລົງໃນວັນທີ 27 ຕຸລາ, ພາຍຫຼັງໂຮມປະຊຸມຢ່າງຟົດຟື້ນ ເປັນເວລາ 5 ມື້. ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ່ງ, ນຳໜ້າຄະນະຜູ້ແທນ ຫວຽດນາມ, ເຂົ້າຮ່ວມ ແລະ ມີບົດກ່າວປາໄສ ທີ່ກອງປະຊຸມຄົບຄະນະຂອງກອງປະຊຸມສະມັດຊາໃຫຍ່.

ໃນໂຄງການດຳເນີນງານຂອງກອງປະຊຸມສະມັດຊາໃຫຍ່, ບັນດາຜູ້ແທນ ຫວຽດນາມ ເຂົ້າຮ່ວມບັນດາວາລະປະຊຸມວິຊາສະເພາະ ຂອງເວທີປາໄສ ສະມາຊິກລັດຖະສະພາຍິງ IPU ແລະ ເວທີປາໄສສະມາຊິກ ລັດຖະສະພາໜຸ່ມທົ່ວໂລກ; ພ້ອມກັບບັນດາວາລະປະຊຸມຂອງ ສະພາພັດທະນາແບບຍືນຍົງ, ສະພາສັນຕິພາບ ແລະ ຄວາມໝັ້ນຄົງ ແຫ່ງຊາດ, ສະພາກ່ຽວກັບສິດທິມະນຸດ ແລະ ປະຊາທິປະໄຕ; ແລະ ສະພາກ່ຽວກັບບັນດາບັນຫາ ສປຊ. ທີ່ບັນດາເວທີປາໄສ ແລະ ສະພານີ້, ຄະນະຜູ້ແທນ ຫວຽດນາມ ລ້ວນແຕ່ໄດ້ມີບົດກ່າວປາໄສ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຕີລາຄາສູງຄຳເຫັນ ແລະ ຂໍ້ສະເໜີແນະຂອງຄະນະຜູ້ແທນ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top