• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະກອບສ່ວນຕັ້ງໜ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມື ແມ່ນ້ຳຂອງ - ອາເມລິກາ

ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງຮວ່າງຢາງ ສະເໜີ 4 ບຸລິມະສິດໃຫ້ແກ່ການຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນມີ: ປັບປຸງການພົວພັນ 2 ຝ່າຍໃຫ້ແທດຈິງລະຫວ່າງ ອາເມລິກາ ແລະ ແຕ່ລະປະເທດແມ່ນ້ຳຂອງ
  (ທ່ານ ດັ້ງຮວ່າງຢາງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ Michael DeSombre, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ)  

ວັນ​ທີ 02 ມິ​ຖຸ​ນາ, ຢູ່ ກາ​ຈາກ​ຕາ, ປະ​ເທດ ອິນ​ໂດ​ເນ​ເຊຍ, ທ່າ​ນ ດັ້ງ​ຮ​ວ່າງ​ຢາງ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລະ ທ່ານ Michael DeSombre, ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໄດ້​ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ແມ່​ນ້ຳ​ຂອງ - ອາ​ເມ​ລິ​ກາ (MUSP) ປີ 2026.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ດັ້ງ​ຮ​ວ່າງ​ຢາງ ສະ​ເໜີ 4 ບຸ​ລິ​ມະ​ສິດ​ໃຫ້​ແກ່​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໃນ​ນັ້ນ​ມີ: ປັບ​ປຸງ​ການ​ພົວ​ພັນ 2 ຝ່າຍ​ໃຫ້​ແທດ​ຈິງ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ແຕ່​ລະ​ປະ​ເທດ​ແມ່​ນ້ຳ​ຂອງ; ຊຸກ​ຍູ້​ການ​ເຊື່ອ​ມ​ຕໍ່​ເສດ​ຖະ​ກິດ​ຜ່ານ​ການ​​ຮ່ວມ​ສຳ​ພັນ​ການ​ຜະ​ລິດ, ລະ​ບົບ​ສະ​ໜອງ​ດ້ວຍ​ຕົນ​ເອງ, ການ​ພັດ​ທະ​ນາ​ຕະ​ຫຼາດອາຍ​ແກັດ​ທຳ​ມະ​ຊາດແຫຼວ (LNG); ສົ​ມ​ທົບ​ກັນ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ແບບ​ໃໝ່; ​ການຄຸ້ມ​ຄອງ​ແຫຼ່ງ​ນ້ຳ, ຫັນ​ລະ​ບົບ​ຕິດ​ຕາມກວດ​ກາ​ເປັນ​ທັນ​ສະ​ໄໝ.

ສ່ວນ​ທ່ານ Michael DeSombre, ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໄດ້​ຢືນ​ຢັນ​ຄືນ​ໃໝ່​ວ່າ ແມ່​ນ້ຳ​ຂອງ ແມ່ນ​ພາກ​ສ່ວນ​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ ຂອງ ອາ​ເມ​ລິ​ກາ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຜ່ານ​ການ​ພົວ​ພັນ​ຄູ່​ຮ່ວມ​ມື MUSP, ອາ​ເມ​ລິ​ກາ ປາດ​ຖະ​ໜາ​ຢາກ​ໜູນ​ຊ່ວຍ​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ “ປອດ​ໄພ​ກວ່າ, ເຂັ້ມ​ແຂງກວ່າ ແລະ ມີ​ຄວາມ​ວັດ​ທະ​ນາ​ຖາ​ວອນກວ່າ”.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຮັດວຽກກັບຄະນະຈັດຕັ້ງສູນກາງ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຮັດວຽກກັບຄະນະຈັດຕັ້ງສູນກາງ

ບັນຫາສຳຄັນທີ່ສຸດໃນປະຈຸບັນແມ່ນ ຕ້ອງປ່ຽນແປງໃໝ່ວິທີການນຳພາຂອງພັກຢ່າງແຂງແຮງ

Top