ຫວຽດນາມ ບັນລຸໄດ້ໝາກຜົນກະໂດດຂັ້ນໃນການປ້ອງກັນ, ຕ້ານການຄ້າມະນຸດ. ນັ້ນແມ່ນຄຳຢືນຢັນຂອງທ່ານນາງ Kendra Rinas, ຫົວໜ້າອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈຳ ຫວຽດນາມ, ເມື່ອແບ່ງປັນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດວັນໂລກປ້ອງກັນ, ຕ້ານການຄ້າມະນຸດ 2025 (30 ກໍລະກົດ).
ທ່ານນາງ Kendra Rinas, ໃຫ້ຮູ້ວ່າ ຫົວຂໍ້ຂອງ ວັນໂລກປ້ອງກັນ, ຕ້ານການຄ້າມະນຸດ 2025 ແມ່ນ “ການຄ້າມະນຸດແມ່ນການເຄື່ອນໄຫວອາດຊະຍາກຳທີ່ມີການຈັດຕັ້ງ - ຈົ່ງພ້ອມກັນມີການກະທຳເພື່ອຢຸດຕິບັນດາຮູບແບບຂູດຮີດ”. ຕາມທ່ານນາງແລ້ວ, ພາຍໃຕ້ການຊີ້ນຳຂອງລັດຖະບານ, ກະຊວງຕະຫຼວດ ພ້ອມກັບການສົມທົບກັນຂອງບັນດາອົງການທີ່ກ່ຽວຂ້ອງນັ້ນ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດສະບັບປັບປຸງ ໄດ້ມີຜົນສັດສິດໃນເດືອນນີ້. ກົດໝາຍສະບັບນີ້ແມ່ນບາດກ້າວສຳຄັນ, ປະກອບສ່ວນປັບປຸງ “ໂຄງການປ້ອງກັນ, ຕ້ານການຄ້າມະນຸດ” ໄລຍະ 2021 – 2025, ການກຳນົດທິດຮອດປີ 2030.