• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ບັງກະລາເທດ ສູ້ຊົນຍົກວົງເງິນການຄ້າໃຫ້ຂຶ້ນເຖິງ 2 ຕື້ USD ໂດຍໄວ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ເນັ້ນໜັກວ່າ 2 ປະເທດຄວນມານະພະຍາຍາມບັນລຸວົງເງິນການຄ້າປະມານ 2 ຕື້ USD ໂດຍໄວ.
(ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ເວທີປາໄສ)

ໃນຂອບເຂດການຢ້ຽມຢາມ ບັງກະລາເທດ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ຕອນບ່າຍວັນທີ 22 ກັນຍາ, ຢູ່ນະຄອນຫຼວງ Dhaka, ໄດ້ດຳເນີນເວທີປາໄສນະໂຍບາຍ, ກົດໝາຍວ່າດ້ວຍການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ບັງກະລາເທດ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຖືວ່າ, ຫວຽດນາມ ແລະ ບັງກະລາເທດ ຕ້ອງເພີ່ມທະວີການຮ່ວມມື, ສ້າງຄວາມສະດວກດ້ານການຄ້າໃຫ້ແກ່ກັນ; ເພີ່ມທະວີການເຊື່ອມຕໍ່ລະຫວ່າງ ວິສາຫະກິດຂອງ 2 ປະເທດເພື່ອຮັກສາລະບົບສະໜອງ; ພັດທະນາການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ... ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ເນັ້ນໜັກວ່າ 2 ປະເທດ ຄວນມານະພະຍາຍາມບັນລຸວົງເງິນການຄ້າປະມານ 2 ຕື້ USD ໂດຍໄວ. ກ່ຽວກັບສະພາບແວດລ້ອມ ແຫ່ງການລົງທຶນດຳເນີນທຸລະກິດຂອງ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຢືນຢັນວ່າ:

 “ສະພາແຫ່ງຊາດ, ລັດຖະບານ ຫວຽດນາມ ຍາມໃດກໍ່ມານະພະຍາຍາມເພື່ອສ້າງສຳເລັດ ລະບອບລະບຽບການດ້ານເສດຖະກິດ, ລະບົບກົດໝາຍທີ່ມີຄວາມເປັນໄປໄດ້ ແລະ ຮ່ວມເດີນທາງພ້ອມກັບ ວິສາຫະກິດ, ຖືຜົນສຳເລັດຂອງປະຊາຄົມວິສາຫະກິດແມ່ນຜົນສຳເລັດຂອງຕົນ… ໃນຂົງເຂດການຄ້າ, ບັງກະລາເທດ ໄດ້ຮັບຖືວ່າແມ່ນປະຕູເພື່ອໃຫ້ບັນດາວິສາກິດຂອງ ຫວຽດນາມ ແຊກຊຶມ, ສຳຜັດ ແລະ ສືບຕໍ່ບືນຕົວອອກສູ່ບັນດາຕະຫຼາດ ອາຊີໃຕ້ ແລະ ຕາເວັນອອກກາງອື່ນໆ. ກົງກັນຂ້າມ, ບັນດາວິສາຫະກິດ ບັງກະລາເທດ ກໍ່ສາມາດເຫັນໄດ້ຄວາມສຳຄັນຂອງ ຫວຽດນາມ ເພື່ອເປີດກວ້າງການແຊກຊຶມເຂົ້າຕະຫຼາດ ອາຊຽນ.

ແລະກໍ່ໃນຕອນບ່າຍວັນທີ 22 ກັນຍາ, ຢູ່ນະຄອນຫຼວງ Dhaka, ກ່າວຄຳເຫັນທີ່ການພົບປະກັບການນຳສະຫະພັນບັນດາຫ້ອງການການຄ້າ ແລະ ອຸດສາຫະກຳ ບັງກະລາເທດ; ຫ້ອງການການຄ້າ ບັງກະລາເທດ - ຫວຽດນາມ (BVCCI) ແລະ ຫ້ອງການການຄ້າ ແລະ ອຸດສາຫະກຳ Dhaka (DCCI), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ປາດຖະໜາວ່າ ສະຫະພັນການຄ້າ ແລະ ອຸດສາຫະກຳ ຈະເພີ່ມທະວີບົດບາດເຊື່ອມຕໍ່ ເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ໄດ້ຊອກຮູ້ ແລະ ລົງທຶນຢູ່ບັນດາເຂດອຸດສາຫະກຳ ບັງກະລາເທດ; ສະເໜີໃຫ້ ບັງກະລາເທດ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກລົງທຶນ ຫວຽດນາມ ໄປຊອກຮູ້ ແລະ ລົງທຶນຢ່າງຍາວນານ, ທ່ານກໍ່ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບບັນດາວິສາຫະກິດ ບັງກະລາເທດ ມາຢ້ຽມຢາມ ແລະ ຊອກຮູ້ກາລະໂອກາດຮ່ວມມືຢ່າງຍາວນານ.

ຕອນຄ່ຳວັນດຽວກັນ, ຢູ່ນະຄອນຫຼວງ Dhaka, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມສະຖານທູດ ແລະ ພົບປະໂອ້ລົມກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ ບັງກະລາເທດ.

 

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top