• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕິດພັນການເຕີບໂຕເສດຖະກິດກັບຄວາມກ້າວໜ້າດ້ານຍຸຕິທຳສັງຄົມ ແລະ ຮັກສາສິ່ງແວດລ້ອມ

      ກ່າວຄຳເຫັນທີ່ກອງປະຊຸມ, ອົງການກວດສອບແຫ່ງລັດ ຫວຽດນາມ, ປະທານ ASOSAI ອາຍຸການ 2018 – 2021 ໃຫ້ຮູ້ວ່າ: ຢູ່ ຫວຽດນາມ, ການຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ ຍາມໃດກໍ່ຕິດພັນກັບພາລະກິດແຫ່ງການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ.

ບັນດາເຈົ້າໜ້າທີ່ປະເທດຕ່າງໆເຂົ້າຮ່ວມກອງປະຊຸມ
      ໃນຂອບເຂດກອງປະຊຸມໃຫຍ່ ASOSAI ຄັ້ງທີ 14, ວັນທີ 20 ກັນຍາຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມຫົວເລື່ອງສະເພາະຄັ້ງທີ 7 ຂອງປະທານ ASOSAI ດ້ວຍຫົວຂໍ້ວ່າ: “ກວດສອບສິ່ງແວດລ້ອມເພື່ອການພັດທະນາແບບຍືນຍົງ”. ກ່າວຄຳເຫັນທີ່ກອງປະຊຸມ, ອົງການກວດສອບແຫ່ງລັດ ຫວຽດນາມ, ປະທານ ASOSAI ອາຍຸການ 2018 – 2021 ໃຫ້ຮູ້ວ່າ: ຢູ່ ຫວຽດນາມ, ການຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ ຍາມໃດກໍ່ຕິດພັນກັບພາລະກິດແຫ່ງການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ບັນດານະໂຍບາຍ, ຍຸດທະສາດ ແລະ ແຜນການພັດທະນາເສດຖະກິດຂອງ ຫວຽດນາມ ລ້ວນແຕ່ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບທັດສະນະຕິດພັນການເຕີບໂຕເສດຖະກິດກັບຄວາມກ້າວໜ້າ, ຍຸດຕິທຳໃນສັງຄົມ ແລະ ຮັກສາສິ່ງແວດລ້ອມຊີວະພາບ ເພື່ອແນໃສ່ຮັບປະກັນການພັດທະນາໄວ, ຍືນຍົງ. ທ່ານໂຮ່ດຶກເຟິກ, ປະທານກວດສອບແຫ່ງລັດ ຫວຽດນາມ ເນັ້ນໜັກວ່າ:
        ດ້ວຍບົດບາດເປັນເຈົ້າພາບຈັດກອງປະຊຸມ ASOSAI 14, ອົງການກວດສອບແຫ່ງລັດ ຫວຽດນາມ ອີກຄັ້ງໜຶ່ງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການກວດສອບສິ່ງແວດລ້ອມສຳລັບການພັດທະນາແບບຍືນຍົງ ແລະ ຖືວ່າບັນດາອົງການກວດສອບຄວນຮັບຮູ້ ຢ່າງຄົບຖ້ວນ ແລະ ຖືນີ້ແມ່ນໂອກາດເພື່ອສະແດງໃຫ້ເຫັນການກະທຳຂອງຕົນສຳລັບການຮັກສາສິ່ງແວດລ້ອມ ຂອງແຕ່ລະປະເທດເວົ້າສະເພາະ ແລະ ຂອງໂລກເວົ້າລວມ. ຜ່ານກອງປະຊຸມຄັ້ງນີ້, ໄດ້ເປັນການຍູ້ແຮງການສົມທົບ, ຮ່ວມມືກັນລະຫວ່າງບັນດາອົງການກວດສອບແຫ່ງລັດໃນເລື່ອງຈັດຕັ້ງບັນດາການກວດສອບຮ່ວມດ້ານສິ່ງແວດລ້ອມ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top