• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຈັດພິທີລົງນາມສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ

ພິທີລົງນາມສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ ແມ່ນຂີດໝາຍປະຫວັດສາດ, ສ້າງພື້ນຖານໃຫ້ແກ່ການຮ່ວມມືທົ່ວໂລກ ຕ້ານອາດຊະຍາກຳເຕັກໂນໂລຊີສູງ, ສ້າງຕັ້ງກົນໄກການຮ່ວມມືຢ່າງຮອບດ້ານ
(ພິທີລົງນາມຈັດຂຶ້ນເປັນເວລາ 2 ວັນ, ແຕ່ວັນທີ 25 – 26 ຕຸລາ, ຢູ່ສູນປະຊຸມແຫ່ງຊາດ, ຮ່າໂນ້ຍ)

ຕອນເຊົ້າວັນທີ 25 ຕຸລາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເປັນປະທານພິທີລົງນາມສົນທິສັນຍາຂອງອົງການສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ ດ້ວຍຫົວຂໍ້ “ຕ້ານອາດຊະຍາກຳທາງໄຊເບີ - ແບ່ງປັນຄວາມຮັບຜິດຊອບ - ມຸ່ງໄປເຖິງອະນາຄົດ” ໂດຍຈັດຂຶ້ນເປັນເວລາ 2 ວັນ, ແຕ່ວັນທີ 25 – 26 ຕຸລາ, ຢູ່ສູນປະຊຸມແຫ່ງຊາດ, ຮ່າໂນ້ຍ. ພິທີລົງນາມສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ ແມ່ນຂີດໝາຍປະຫວັດສາດ, ສ້າງພື້ນຖານໃຫ້ແກ່ການຮ່ວມມືທົ່ວໂລກ ຕ້ານອາດຊະຍາກຳເຕັກໂນໂລຊີສູງ, ສ້າງຕັ້ງກົນໄກການຮ່ວມມືຢ່າງຮອບດ້ານ, ຍົກສູງກຳລັງຄວາມສາມາດດີຈີຕອນໃຫ້ບັນດາປະເທດ… ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ດັ້ງຮວ່າງຢາງ ໃຫ້ຮູ້ວ່າ:

“ໃນໄລຍະຜ່ານມາ, ຫວຽດນາມ ໄດ້ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບທີ່ສຸດ, ເຂົ້າຮ່ວມບັນດາວິວັດທະນາການເຈລະຈາ ແລະ ບັນດາວິວັດທະນາການແກ້ໄຂບັນດາບັນຫາໃຫຍ່ຂອງສາກົນ, ຂອງສະຫະປະຊາຊາດຢ່າງເລິກເຊິ່ງ, ໃນນັ້ນມີບັນດາຂົງເຂດກ່ຽວກັບນິຕິກຳສາກົນ. ອາດເວົ້າໄດ້ວ່າ ມາຮອດປະຈຸບັນ, ເລື່ອງເຂົ້າຮ່ວມສົນທິສັນຍາ ຮ່າໂນ້ຍ ກ່ຽວກັບອາດຊະຍາກຳທາງໄຊເບີ, ກໍຄືເປັນເຈົ້າພາບຈັດພິທີລົງນາມໃນຄັ້ງນີ້ ໄດ້ເປັນການສະແດງໃຫ້ເຫັນແຈ້ງບົດບາດຕັ້ງໜ້າຂອງ ຫວຽດນາມ, ສະແດງໃຫ້ເຫັນແຈ້ງທີ່ຕັ້ງຂອງ ຫວຽດນາມ ໃນບັນດາວິວັດການໃຫຍ່ຄືແນວນັ້ນ, ກໍ່ຄືການປະກອບສ່ວນຂອງ ຫວຽດນາມ ໃນການແກ້ໄຂບັນດາບັນຫາສາກົນ”.

ຕອນບ່າຍວັນດຽວກັນ ກໍ່ໄດ້ດຳເນີນວາລະປະຊຸມຄົບຄະນະຂັ້ນສູງ, ເປັນແຫ່ງທີ່ບັນດາການນຳໂລກພ້ອມກັນສະແດງຄວາມຕັດສິນໃຈຮ່ວມແຮງຮ່ວມໃຈເພື່ອໃຫ້ພື້ນທີ່ອິນເຕີເນັດມີຄວາມປອດໄພ ແລະ ມີມະນຸດສະທຳ, ຊອກຫາທິດເດີນລະອຽດໃນການຮ່ວມມືຕ້ານອາດຊະຍາກຳເຕັກໂນໂລຊີສູງ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top