• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ກ່າວປະນາມເຫດເຫດບຸກໂຈມຕີດ້ວຍລົດບັນທຸກໃສ່ສາມັນຊົນ ຊູແອັດ


ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ທ່ານ​ນາງ ​ເລ​ທິທູ​ຮັ່ງ

      ໂດຍ​ໄດ້​ຮັບ​ຂ່າວ​ວ່າ ວັນ​ທີ 07/04/2017 ​ໄດ້​ເກີດ​ເຫດ​ບຸກ​ໂຈມ​ຕີ​ຢູ່​ນະຄອນຫລວງ Stockholm, ຊູ​ແອັດ ​ເຮັດ​ໃຫ້​ສາມັນ​ຊົນ​ຫລາຍ​ຄົນ​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ, ວັນ​ທີ 08/04/2017 ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ສົ່ງ​​ໂທລະ​ເລກ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ທ່ານ​ນາຍົກລັດຖະມົນຕີ ຊູ​ແອັດ Stefan Lofven.
        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ ​ເມື່ອ​ຕອບ​ສຳ​ພາດ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ ຫວຽດນາມ ຕໍ່​ເຫດການ​ບຸກ​ໂຈມ​ຕີ​ດ້ວຍ​ລົດ​ບັນທຸກ​ຢູ່ ຊູ​​ແອັດ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ທ່ານ​ນາງ ​ເລ​ທິທູ​ຮັ່ງ ຊີ້​ແຈ້ງວ່າ ຫວຽດນາມ ກ່າວ​ປະນາມ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ. ບັນດາ​ເຈົ້າ​ເລ່​​ໃນ​ເຫດ​ບຸກ​ໂຈມຕີ​ຈະ​ຖື​ກ​ລົງ​ໂທ​ດຢ່າງ​ສົມ​ເຫດ​ສົມ​ຜົນ
        ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ທ່ານ​ນາງ ​ເລ​ທິທູ​ຮັ່ງ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ຍັງບໍ່​ທັນມີ​ຂ້ໍ​ມູນ​ຂ່າວ​ທີ່​ກ່ຽວ​ຂ້ອງ​ເຖິງ​ພົນລະ​ເມືອງ ຫວຽດນາມ ​ຖືກປະສົບ​ເຄາະ​ຮ້າຍ​ຈາກເຫດ​ບຸກ​ໂຈມ​ຕີດັ່ງກ່າວ​ເທື່ອ. ສະຖານ​ທູດ ຫວຽດນາມ ​ພວມ​ສືບ​ຕໍ່​ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ປະຈຳ​ຖິ່ນຢ່າງ​​ແໜ້ນ​ແຟ້ນ ​ເພື່ອ​ຕິດ​ຕາມ​ສະພາບ​ການ, ມີ​ບັນດາ​ມາດ​ຕະການ​ໜູນ​ຊ່ວຍ​ພົນລະ​ເມືອງ ຫວຽດນາມ ​ໃນ​ກໍລະນີ​ຮີບ​ດ່ວນ.
(ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top