• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ເງື່ອ​ນ​ໄຂ​ໃຫ້​ແກ່​ນັກ​ຊ່ຽວ​ຊານ, ແຮງ​ງານ​ລະ​ດັບ​ສູງ​ເຂົ້າ​​ເຮັດ​ວຽກ​ພາຍຫຼັງ ໂລກ​ລະ​ບາດ Covid – 19

ລັດຖະບານຫວຽດນາມໄດ້ມີແຜນນະໂຍບາຍອະນຸຍາດໃຫ້ບັນດານັກຊ່ຽວຊານຮັບໃຊ້ໃນບັນດາໂຮງງານ, ໂຄງການໃຫຍ່ກັນມາ ເພື່ອຟື້ນຟູການຜະລິດ, ດຳເນີນທຸລະກິດແຕ່ຕ້ອງຮັບປະກັນຕາມການຮຽກຮ້ອງຕ້ອງການໃນການປ້ອງກັນ, ສະກັດກັ້ນໂລກລະບາດ.

ພາບປະກອບ 

ຕອນຄ່ຳວັນທີ 2 ມິຖຸນາ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງລັດຖະບານ ຢູ່ຮ່າໂນ້ຍ, ທ່ານ ມາຍຕ໊ຽນຢຸງ ຫົວໜ້າຫ້ອງວ່າການລັດຖະບານໃຫ້ຮູ້ວ່າ ບັນດາທ້ອງຖິ່ນຕ້ອງແກ້ໄຂຂໍ້ຄົງຄ້າງ, ສ້າງເງື່ອນໄຂເພື່ອໃຫ້ບັນດານັກຊ່ຽວຊານ, ແຮງງານລະດັບສູງກັບມາເຮັດວຽກຢູ່ຫວຽດນາມພາຍຫຼັງ ໂລກລະບາດ Covid – 19. ທ່ານກ່າວວ່າ:

        ປັດຈຸບັນຕ້ອງຍູ້ໄວການເຮັດລະບຽບການໃຫ້ແກ່ບັນຫາຂອງບັນດານັກຊ່ຽວຊານ, ແຮງງານເຕັກນິກ. ຍົກຕົວຢ່າງຄື ນັກຊ່ຽວຊານ, ແຮງງານຕ່າງປະເທດມີລະດັບສູງຢູ່ແຂວງໃດ ແຂວງນັ້ນຕ້ອງຮັບຜິດຊອບກ່ຽວກັບຮາກຖານແຍກຕົວ ແລະ ການຄຸ້ມຄອງ. ອາດຈະແຍກຕົວຢູ່ຮາກຖານ ຫຼືນຳໃຊ້ບ່ອນພັກພາອາໄສ, ໂຮງຈັກ , ໂຮງງານ ,  ຫ້ອງການ, ວິສາຫະກິດຂອງທ້ອງຖິ່ນເປັນບ່ອນແຍກຕົວບັນດານັກຊ່ຽວຊານ, ແຮງງານທາງດ້ານເຕັກນິກລະດັບສູງ. ສິ່ງນີ້ສຳຄັນທີ່ສຸດ. ຖ້າຫາກວ່າປະຕິບັດໄດ້ເປັນຢ່າງດີ, ຫວຽດນາມຈະຟື້ນຟູການຜະລິດໂດຍໄວ, ເປີດກ້ວາງການລົງທຶນ, ສ້າງຄວາມສະດວກໃຫ້ແກ່ສະພາບແວດລ້ອມແຫ່ງການລົງທຶນ.

        ກ່ອນໜ້ານັ້ນ, ລັດຖະບານຫວຽດນາມໄດ້ມີແຜນນະໂຍບາຍອະນຸຍາດໃຫ້ບັນດານັກຊ່ຽວຊານຮັບໃຊ້ໃນບັນດາໂຮງງານ, ໂຄງການໃຫຍ່ກັນມາ ເພື່ອຟື້ນຟູການຜະລິດ, ດຳເນີນທຸລະກິດແຕ່ຕ້ອງຮັບປະກັນຕາມການຮຽກຮ້ອງຕ້ອງການໃນການປ້ອງກັນ, ສະກັດກັ້ນໂລກລະບາດ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top