ນັບແຕ່ກອງປະຊຸມໃຫ່ຍ ຄັ້ງທີ XIII (ປີ 2021), ພັກກອມມູນິດ ຫວຽດນາມ ໄດ້ກຳນົດວ່າ “ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ການເຕີບໂຕສີຂຽວ ພວມແມ່ນຮູບແບບພັດທະນາທີ່ບັນດາປະເທດໄດ້ຄັດເລືອກ”. ດັ່ງນັ້ນ, ເປົ້າໝາຍພັດທະນາໃນໄລຍະ 2021-2030, ຫວຽດນາມ ຕ້ອງ “ສ້າງພື້ນຖານເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເປັນມິດກັບສິ່ງແວດລ້ອມ”.
ບາດກ້າວພັດທະນາໃໝ່ໃນຈິນຕະນາການທິດສະດີ
ໃນບົດລາຍງານຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII ກ່ຽວກັບບັນດາເອກະສານ ຍື່ນສະເໜີຕໍ່ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ວາລະໄຂກອງປະຊຸມໃຫຍ່ທີ່ຈັດຂຶ້ນໃນວັນທີ 20 ມັງກອນ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊີ້ແຈ້ງວ່າ:
ກຳນົດຮູບແບບການເຕີບໂຕໃໝ່: ເສດຖະກິດພູມປັນຍາ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ. ການຫັນເປັນສີຂຽວ, ຫັນປ່ຽນພະລັງງານຕ້ອງໄດ້ຜັນຂະຫຍາຍຢ່າງຂ້ຽວຂາດ, ມີແບບມີແຜນ, ຕິດພັນກັບຄວາມໝັ້ນຄົງພະລັງງານ, ຄວາມໝັ້ນຄົງສິ່ງແວດລ້ອມ ແລະ ຄຳຮຽກຮ້ອງແກ່ງແຍ້ງ. ພັດທະນາເສດຖະກິດໝູນວຽນ, ນຳໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ; ຊຸກຍູ້ວິສາຫະກິດປ່ຽນແປງໃໝ່ເຕັກໂນໂລຊີ, ຍົກສູງມາດຖານ; ເປັນເຈົ້າການປັບຕົວໃຫ້ເຂົ້າກັບບັນດາມາດຖານໃໝ່ຂອງການຄ້າ ແລະ ການລົງທຶນທົ່ວໂລກ.
ຕາມບັນດານັກວາງແຜນການນະໂຍບາຍ, ເລື່ອງບັນດາຄຳນິຍາມຄື: ເສດຖະກິດພູມປັນຍາ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ ໄດ້ເຕື້ອງເຖິງໃນເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງນີ້ບໍ່ພຽງແຕ່ແມ່ນການເພີ່ມຄຳສັບວິຊາການເທົ່ານັ້ນ ຫາກຍັງແມ່ນບາດກ້າວພັດທະນາໃໝ່ໃນຈິນຕະນາການທິດສະດີກ່ຽວກັບເສດຖະກິດການຕະຫຼາດຢູ່ ຫວຽດນາມ ອີກດ້ວຍ, ອັນໄດ້ສອດຄ່ອງກັບທ່າອ່ຽງຫັນປ່ຽນທົ່ວໂລກ. ທ່ານຮອງສາດສະດາຈານ, ປະລິນຍາເອກ ດ່າວງອກຕຽນ ຮອງອຳນວຍການມະຫາວິທະຍາໄລການຄ້າຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
ນີ້ແມ່ນການປ່ຽນແປງ, ແມ່ນບາດກ້າວບຸກທະລຸດ້ານຈິນຕະນາການ, ການປ່ຽນແປງກ່ຽວກັບສະຕິຄວາມຮັບຮູ້ ຂະນະທີ່ພວກເຮົາໄດ້ເຕື້ອງເຖິງເສດຖະກິດສີຂຽວ, ເສດຖະກິດໝູນວຽນຫຼາຍ. ຖ້າພວກເຮົາໄປທັນກັບບັນດາທ່າອ່ຽງນີ້, ດ້ວຍຖານະເປັນຜູ້ນຳໜ້າໃນທ່າອ່ຽງໃໝ່, ພວກເຮົາຈະມີທ່າໄດ້ປຽບໃນການແກ່ງແຍ້ງ. ເວລານັ້ນ, ເສດຖະກິດ ແລະ ບັນດາວິສາຫະກິດຂອງ ຫວຽດນາມ ຈຶ່ງຈະມີພື້ນຖານອັນແນ່ນອນກວ່າ ເພື່ອຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ການຜັນແປທີ່ບໍ່ຄົງທີ່ຂອງພື້ນຖານເສດຖະກິດໂລກ.
ກໍ່ມີທັດສະນະດຽວກັນ, ທ່ານ ຮວ່າງວັນເກື່ອງ ກຳມະການຄະນະກຳມາທິການການເງິນ-ເສດຖະກິດ ຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ:
ປະຈຸບັນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນພວມກາຍເປັນທ່າອ່ຽງຫັນປ່ຽນຂອງທົ່ວໂລກ ແລະ ນີ້ແມ່ນທ່າອ່ຽງທີ່ແນ່ນອນ. ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ພວງກເຮົາໄດ້ເຕື້ອງເຖິງບັນດາຫານີ້ແລ້ວ, ຜ່ານນັ້ນ ກໍ່ໄດ້ສະແດງໃຫ້ເຫັນສະຕິຄວາມຮັບຮູ້ໄວທີ່ສຸດກ່ຽວກັບທ່າອ່ຽງຂອງຍຸກສະໄໝ.
ກຳນົດຮູບແບບການເຕີບໂຕໃໝ່, ເປີດກຳລັງໜູນບຸກທະລຸ
ໂດຍມີສະຕິຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມສຳຄັນຂອງເສດຖະກິດສີຂຽວ ຄືທ່າອ່ຽງທີ່ແນ່ນອນທົ່ວໂລກ ແລະ ແມ່ນເສັ້ນທາງຮັບປະກັນຄວາມວັດທະນາຖາວອນໃຫ້ແກ່ ຫວຽດນາມ ທີ່ພວມນັບມື້ນັບໄດ້ຮັບການຢັ້ງຢືນ. ທ່ານ ຫງວຽນຊັວນທັງ, ຜູ້ອຳນວຍານສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ, ປະທານສະພາທິດສະດີສູນກາງ ເນັ້ນໜັກວ່າ:
ພວກເຮົາຕ້ອງຮັບມືກັບບັນດາການຫັນປ່ຽນທີ່ໃຫ່ຍຫຼວງຂອງໂລກຄື: ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ການຫັນປ່ຽນພະລັງງານ, ຫັນປ່ຽນກ່ຽວກັບແຫຼ່ງຊັບພະຍາກອນມະນຸດ… ຈາກນັ້ນ, ຈະເສີມຂະຫຍາຍໄດ້ຄວາມສາມາດບົ່ມຊ້ອນ, ທ່າໄດ້ປ່ຽບຂອງປະເທດຊາດ, ສ້າງການບຸກທະລຸເພື່ອສ້າງພື້ນຖານເສດຖະກິດ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ມູນຄ່າເພີ່ມຂອງພື້ນຖານເສດຖະກິດ.
ເລື່ອງນຳບັນດາຮູບແບບເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ ເຂົ້າໃນເອການສານກອງປະຊຸມໃຫ່ຍຄັ້ງທີ XIV ຂອງພັກ ໄດ້ສະແດງໃຫ້ເຫັນບາດກ້າວພັດທະນາໃໝ່ໃນຈິນຕະນາການທິດສະດີ ແລະ ຄວາມຕັດສິນໃຈປ່ຽນແປງໃໝ່ຮູບແບບການເຕີບໂຕຂອງພັກ. ເມື່ອໄດ້ຫັນເປັນລະອຽດດ້ວຍບັນດາລະບອບລະບຽບການ, ນະໂຍບາຍ ແລະ ການກະທຳຢ່າງຄົບຊຸດ, ນີ້ຈະແມ່ນພື້ນຖານສຳຄັນຊ່ວຍໃຫ້ ຫວຽດນາມ ຍົກສູງກຳລັງການແກ່ງແຍ້ງ, ສ້າງກຳລັງໜູນການເຕີບໂຕແບບຍືນຍົງ ແລະ ປັບຕົວໃຫ້ເຂົ້າກັບບັນດາການຜັນແປຂອງພື້ນຖານເສດຖະກິດທົ່ວໂລກຢ່າງມີປະສິດທິຜົນ./









