• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ລະ​ບອບ​ລະ​ບຽບ​ການໃຫ້​ສຳ​ເລັດ​, ປຸກ​ລຸກ​ແຫຼ່ງ​ກຳ​ລັງ​ໃນ​ສັງ​ກາດ​ໃໝ່

ກະ​ແສ​ພົ້ນ​ເດັ່ນ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸ​ລະ​ກິດ, ໃນ​ນັ້ນ​ມີ​ຂີດ​ໝາຍ​ຂອງ​ບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດ​ປະ​ຫວັດ​ສາດ​ກ່ຽວ​ກັບ​ລະ​ບອບ​ລະ​ບຽບ​ການ​ດຳ​ເນີນ​ທຸ​ລະ​ກິດ.
  ກອງ​ປະ​ຊຸມ​ສຳ​ມະ​ນາ​ປະ​ກາດ​ບົດ​ລາຍ​ງານ​ກະ​ແສ​ກົດ​ໝາຍ​ດຳ​ເນີນ​ທຸ​ລະ​ກິດ 2025 (ພາບ: VOV1)  

“ສ້າງ​ລະ​ບອບ​ລະ​ບຽບ​ການໃຫ້​ສຳ​ເລັດ​, ​ປຸກ​ລຸກແຫຼ່ງ​ກຳ​ລັງ​ໃນ​ສັງ​ກາດ​ໃໝ່” ນັ້ນ​ແມ່ນ​ຫົວ​ຂໍ້​ຂອງ​ບົດ​ລາຍ​ງານ​ກະ​ແສ​ກົດ​ໝາຍ​ດຳ​ເນີນ​ທຸ​ລະ​ກິດ 2025, ໂດຍ​ສະ​ພາ ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ (VCCI) ປະ​ກາດ​ໃນ​ຕອນ​ເຊົ້າ​ວັນ​ທີ 2 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ.

ກ່າວ​ຄຳ​ເຫັນ​ໄຂ, ທ່ານ​ໂຮ່​ຊີ​ຮຸ່ງ, ປະ​ທານ VCCI ໃຫ້​ຮູ້​ວ່າ​ປີ 2025 ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຢັ້ງ​ຢືນ​ວ່າ 5 ກະ​ແສ​ພົ້ນ​ເດັ່ນ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸ​ລະ​ກິດ, ໃນ​ນັ້ນ​ມີ​ຂີດ​ໝາຍ​ຂອງ​ບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດ​ປະ​ຫວັດ​ສາດ​ກ່ຽວ​ກັບ​ລະ​ບອບ​ລະ​ບຽບ​ການ​ດຳ​ເນີນ​ທຸ​ລະ​ກິດ, ດ້ວຍ​ການກຳ​ເນີດ​ຂອງ​ບັນ​ດາ​​ມະ​ຕິ​ຍຸດ​ທະ​ສາດ​ຂອງກົມ​ການ​ເມືອງ, ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ​ສ້າງ​ກົດ​ໝາຍ ດ້ວຍ ກົດ​ໝາຍ89 ​ສະ​ບັບ ​ໄດ້​ຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງ​ໃນ​ຈິນ​ຕະ​ນາ​ການ​ພັດ​ທະ​ນາ, ຈາກ​ການ​ຄຸ້ມ​ຄອງ​ມາ​ຍັງ​ການ ສ້າງ​ສັນ, ຊຸກ​ຍູ້​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ປຸກ​ລຸກ​ແຫຼ່ງ​ກຳ​ລັງ.

ຜ່ານ​ການ​ສຳຫຼວດ ວິ​ສາ​ຫະ​ກິດ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ມີ​ເກືອບ 90%ຈຳ​ນວນ​ວິ​ສ​ຫາ​ກິດ​ຕີ​ລາ​ຄາ ການ​ປະ​ຕິ​ບັດ​ລະ​ບຽບ​ການ​ບໍ​ລິ​ຫານ​ແບບ​ທາງ​ໄກ​ງ່າຍ​ດາຍກວ່າ, ປະ​ຢັດ​ເວ​ລາ ແລະ ເງິນໃຊ້​ຈ່າຍໄດ້ຫຼາຍກວ່າ​ວິ​ທີ​ເກົ່າ. ເວ​ລາ​ແກ້​ໄຂ​ເອ​ກະ​ສານ​ກໍ່​ໄດ້ຫຼຸດ​ລົງ, ລະ​ດັບ​ຄວາມ​ໂປ່ງ​ໃສ​ສູງກວ່າ, ການ​ສຳ​ຜັດ​ກັບ​ການ​ບໍ​ລິ​ການ​ກໍ່​ສະ​ດວກກວ່າ. ນີ້​ແມ່ນ​ໝາກ​ຜົນ​ທີ່​ເປັນ​ໜ້າ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ສ່ອງ​ແສງ​ຖືກ​ຕ້ອງ​ຈິດ​ໃຈ​ຮ່ວມ​ເດີນ​ທາງ​ລະ​ຫວ່າງ​ລັດ ແລະ ວິ​ສາ​ຫະ​ກິດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຊຸກ​ຍູ້​ ທົ່ວ​ໂລກ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງອິນ​ເຕີ​ເນັດ

ຫວຽດ​ນາມ ຊຸກ​ຍູ້​ ທົ່ວ​ໂລກ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງອິນ​ເຕີ​ເນັດ

ຫວຽດ​ນາມ ຢັ້ງ​ຢືນ​ວ່າ​ການ​​ລົງ​ນາມ​ສົນ​ທິ​ສັນ​ຍາ​ຢູ່ ຮ່າ​ໂນ້ຍ​ໃນ​ເດືອນ​ຕຸ​ລາ 2025 ແມ່ນ​ຂີດ​ໝາຍ​ສຳ​ຄັນ​​ຕໍ່​ການ​ຮ່ວ​ມ​ມື​ສາ​ກົນ ໃນ​ຂົງ​ເຂດ​ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ.

Top