• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ກົນ​ໄກ, ນະ​ໂຍ​ບາຍ​ພິ​ເສດ​ເພື່ອ​ພັດ​ທະ​ນາ​ເຂດ​ໄຕ​ງວຽນ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ຮັບຮູ້ບັນດາການຜັນປ່ຽນທີ່ຕັ້ງໜ້າຂອງເຂດໄຕງວຽນ ເຊິ່ງສະແດງໃຫ້ເຫັນຜ່ານບັນດາຕົວເລກເຕີບໂຕດ້ານເສດຖະກິດ, ລາຍຮັບງົບປະມານ, ການປ່ອຍເງິນລົງທຶນສາທາລະນະ…
ກອງປະຊຸມສະພາປະສານງານເຂດໄຕງວຽນຄັ້ງທີ 3 (ພາບ: cand.com.vn)

ວັນທີ 23 ມິຖຸນາ, ຢູ່ນະຄອນດ່າລາດ, ແຂວງເລິມດົ່ງ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງເປັນປະທານກອງປະຊຸມສະພາປະສານງານເຂດໄຕງວຽນຄັ້ງທີ 3. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ຮັບຮູ້ບັນດາການຜັນປ່ຽນທີ່ຕັ້ງໜ້າຂອງເຂດໄຕງວຽນ ເຊິ່ງສະແດງໃຫ້ເຫັນຜ່ານບັນດາຕົວເລກເຕີບໂຕດ້ານເສດຖະກິດ, ລາຍຮັບງົບປະມານ, ການປ່ອຍເງິນລົງທຶນສາທາລະນະ… ທ່ານຮອງນາຍົກລັດຖະມົນຕີ ສະເໜີຕ້ອງກຳນົດຂອບນິຕິກຳ ເພື່ອໃຫ້ບັນດາແຂວງເຂດໄຕງວຽນ ພ້ອມກັນພັດທະນາບົນຈິດໃຈຮ່ວມມື. ນີ້ແມ່ນການກຳນົດທິດເພື່ອພັດທະນາແບບຍືນຍົງ. ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ດ້ວຍການຮ່ວມສຳພັນຢ່າງແໜ້ນແຟ້ນ, ມີແບບມີແຜນ, ມີວິທະຍາສາດ, ບັນດາແຂວງເຂດໄຕງວຽນ ອາດຈະປະຕິບັດບັນດາເນື້ອໃນລວມມີ: ພັດທະນາລະບົບຄົມມະນາຄົມເຊື່ອມຕໍ່; ພັດທະນາການທ່ອງທ່ຽວເປັນລະບົບ, ຕາມສາຍ, ຂຸດຄົ້ນສີສັນວັດທະນະທຳທີ່ເປັນເອກະລັກສະເພາະຢ່າງມີປະສິດທິຜົນ; ແບ່ງປັນການດຶງດູດເງິນລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ ຈະສ້າງກຳລັງໜູນ, ຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງທ່ວງທ່າເພື່ອໃຫ້ ເຂດໄຕງວຽນມີການພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ກຸຍບ​າ

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ກຸຍບ​າ

ວັນທີ 27 ກັນຍາ, ຫວຽດນາມ ແລະ ກຸຍບາ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ໃນໄລຍະໃໝ່.

Top