• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ຖັນ​ແຖວ​ປັນ​ຍາ​ຊົນ, ນັກ​ວິ​ທະ​ຍາ​ສາດ, ນັກ​ສິ​ລ​ະ​​ປິນ ອຸ​ທິດ​ສ່ວນ​ຕໍ່​ປະ​ເທດ​ຊາດ

ຕອນເຊົ້າວັນທີ 16 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກຄອມມູນິດ ຫວຽດນາມ ໄດ້ເປັນປະທານກອງປະຊຸມພົບປະສ້າງສັນກັບຜູ້ແທນທີ່ເປັນປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ເນື່ອງໃນໂອກາດຕົ້ນລະດູບານໃໝ່ປີແມວ 2023.
  ການພົບປະສ້າງສັນ  

ພາຍຫຼັງຮັບຟັງບັນດາຜູ້ແທນແລກປ່ຽນ, ແບ່ງປັນຢ່າງເປີດອົກເປີດໃຈກ່ຽວກັບບົດຮຽນ, ປະສົບການ ແລະ ໝາກຜົນທີ່ພົ້ນເດັ່ນ ກໍຄືຄວາມຕັດສິນໃຈຢາກອຸທິດສ່ວນ, ຄວາມຄາດຫວັງຂອງຕົນ, ຂອງຂະແໜງການ, ຂອງວົງການ.ທ່ານ ຫວໍວັນເຖືອງ ຕີລາຄາສູງ ແລະ ຮັບຮູ້ຂໍ້ສະເໜີຂອງບັນດາຜູ້ແທນ ແລະ ເນັ້ນໜັກວ່າ ຖັນແຖວນັກວິທະຍາສາດ, ປັນຍາຊົນ, ນັກສິລະປິນ ແມ່ນກົກເຄົ້າກຳລັງແຮງຂອງປະເທດຊາດ, ແມ່ນຊັບສົມບັດອັນລ້ຳຄ່າຂອງຊາດ. ທ່ານສະເໜີໃຫ້ສຸມໃສ່ສ້າງລະບົບລະບອບລະບຽບການຕາມທິດສ້າງກຳລັງໜູນໃຫ້ສົມບູນແບບ ເພື່ອໃຫ້ຖັນແຖວປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ພັດທະນາກຳລັງຄວາມສາມາດ, ຮັບໃຊ້ປະເທດຊາດ; ສ້າງກົນໄກນະໂຍບາຍດຶງດູດ, ຖືເປັນສຳຄັນໃນການນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດ, ເກື້ອກູນຢ່າງເໝາະສົມສຳລັບຜູ້ມີຄວາມເກັ່ງກ້າສາມາດຢູ່ພາຍໃນ ແລະ ຕ່າງປະເທດ.

ປັດຈຸບັນ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ມີປັນຍາຊົນ, ນັກວິທະຍາສາດ ລວມທັງໝົດປະມານ 2,2 ລ້ານຄົນ. ນອກຈາກນັ້ນ ຍັງມີປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ຫຼາຍຄົນພວມດຳລົງຊີວິດ, ເຮັດວຽກຢູ່ຕ່າງປະເທດ.

(ແຫຼ່ງຄັດຈາກ VOV)

ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂດ ແບກ​ລອງວີ​ ໄປ​ເລືອ​ກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ​ຢ່າງ​ກະ​ຕື​ລື​ລົ້ນ

ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂດ ແບກ​ລອງວີ​ ໄປ​ເລືອ​ກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ​ຢ່າງ​ກະ​ຕື​ລື​ລົ້ນ

ດ້ວຍລັກສະນະພິເສດແມ່ນເຂດພິເສດມີປະຊາກອນຕຳກວ່າ 1000 ຄົນ, ດັ່ງນັ້ນຜູ້ມີສິດເລືອກຕັ້ງເຂດພິເສດ ແບກລອງວີ ພຽງແຕ່ເລືອກຕັ້ງສອງຂັ້ນແມ່ນ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນນະຄອນ, ບໍ່ເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນຕາແສງຄືບັນດາທ້ອງຖິ່ນອື່ນ

Top