• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງແຂວງ​ແຄ໊ງ​ຮ່​ວາ​ກາຍ​ເປັນ​ສູນການວັດ​ທະ​ນະ​ທຳ - ການ​ທ່ອງ​ທ່ຽວ​ເຂດ​ພາກ​ກາງ - ໄຕ​ງວຽນ

ຕອນເຊົ້າວັນທີ 14 ກັນຍາ, ຢູ່ນະຄອນຍາຈາງ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ມີການເຮັດວຽກກັບຄະນະກຳມະການປະຊາຊົນແຂວງ ແຄ໊ງຮ່ວາ ກ່ຽວກັບການເຄື່ອນໄຫວຈຸດສຸມຂອງບາງຂະແໜງຂຶ້ນກັບຂົງເຂດວິທະຍາສາດ, ການສຶກສາ, ວັດທະນະທຳ, ສັງຄົມ.
  ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ການເຮັດວຽກ  

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຕີລາຄາສູງການປະຕິບັດໜ້າທີ່ວິທະຍາສາດ, ການສຶກສາ, ວັດທະນະທຳ, ສັງຄົມ ຂອງແຂວງແຄ໊ງຮ່ວາ, ພິເສດໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ - 19. ກ່ຽວກັບບັນຫາຫັນເປັນດີຈີຕອນ, ພະແນກຖະແຫຼງຂ່າວ ແລະ ການສືສານໄດ້ເປັນເສນາທິການໃຫ້ແກ່ແຂວງ ວາງອອກ ບັນດາບັນຫາທີ່ແທດຈິງ, ລະອຽດແມ່ນໃນການກໍ່ສ້າງອຳນາດການປົກຄອງເອເລັກໂຕນິກ, ຮັບໃຊ້ປະຊາຊົນ. ທ່ານ ກ່າວວ່າ:

ຂ້າພະເຈົ້າມີຄວາມຫວັງຢ່າງຍິ່ງວ່າ ໃນໄລຍະຍາວ, ແຄ໊ງຮ່ວາຈະມີສູນເຕັກໂນໂລຢີສູງ 1  2ແຫ່ງ ທີ່ກ່ຽວຂ້ອງເຖິງ ເຕັກໂນໂລຢີຂໍ້ມູນຂ່າວສານ - ຂໍ້ມູນໃຫຍ່, ວິທະຍາສາດດ້ານສຸຂະພາບ ຍ້ອນວ່ານີ້ແມ່ນສູນການທ່ອງທ່ຽວໃຫຍ່ທີ່ສຸດ. ຕິດພັນກັບບັນດາໂຮງໝໍວິທະຍາສາດລະດັບສູງ ຕ່າງກັນຢ່າງຂາດຂັ້ນເມື່ອທຽບໃສ່ກັບໂຮງໝໍ, ໂຮງຮຽນແຫ່ງຕ່າງໆໃນປັດຈຸບັນ. ສຳຄັນກ່ວາແມ່ນທ້ອງຖິ່ນນີ້ ຕ້ອງລະດົມໄດ້ບັນດາແຫຼ່ງກຳລັງສັງຄົມ, ທຸກຂັ້ນ, ທົ່ວປວງຊົນມີຄວາມຮູ້ຢ່າງເຊິກເຊິ່ງກ່ຽວກັບບັນຫາລວມ ດ້ານວິທະຍາສາດ, ການສຶກສາ, ວັດທະນະທຳ, ສັງຄົມ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top