ຂ່າວສານ
ສ້າງເຫຼົ່າທັບ ທະຫານເຮືອປະຕິວັດ, ກອງທັບຫຼວງ, ຍອດຢ້ຽມ, ທັນສະໄໝເພື່ອປົກປັກຮັກສາປະເທດຊາດຢ່າງໝັ້ນແກ່ນ
ຕອນບ່າຍວັນທີ 13 ກັນຍາ, ເມື່ອມາຢ້ຽມຢາມ, ເຮັດວຽກ ກັບເຫຼົ່າທັບທະຫານເຮືອ ແລະ ສຳຫຼວດຕົວຈິງ ກອງພັນນ້ອຍກຳປັ່ນດຳນ້ຳ 189, ຢູ່ຖານທີ່ໝັ້ນກອງທັບ ກາມແຣງ,ທະຫານເຂດ 4, ແຂວງແຄ້ງຮວ່າ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນໄດ້ຮຽກຮ້ອງເຫຼົ່າທັບຕ້ອງແມ່ນກຳລັງນຳໜ້າໃນທຸກຂົງເຂດ, ກ່ອນອື່ນໝົດແມ່ນໃນການປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕທະເລໝູ່ເກາະ, ພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ. ທ່ານປະທານສະພາແຫ່ງຊາດສະເໜີເຊື່ອມຊືມຢ່າງເລິກເຊິ່ງ, ກຳແໜ້ນບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບກອງທັບ, ການປ້ອງກັນຊາດ; ຈຸດສຸມ “ຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່”, “ຍຸດທະສາດພັດທະນາເສດຖະກິດທະເລ ຫວຽດນາມແບບຍືນຍົງຈົນຮອດປີ 2030, ວິໄສທັດຮອດປີ 2045”; ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ. ເປັນເຈົ້າການປະສານສົມທົບກັບບັນດາກຳລັງຄົ້ນຄ້ວາ, ກຳແໜ້ນສະພາບການ, ເປັນເສນາທິການ, ສະເໜີຕໍ່ພັກ, ລັດ, ຄະນະພັກກອງທັບສູນກາງ, ກະຊວງປ້ອງກັນປະເທດວິທີການແກ້ໄຂບັນດາກໍລະນີ, ປົກປັກຮັກສາເອກະລາດ, ອະທິປະໄຕ, ເປັນເອກະພາບ ແລະ ຮັກສາຜືນແຜ່ນດິນ, ທະເລ, ໝູ່ເກາະຂອງປະເທດຊາດຢ່າງຄົບຖ້ວນໂດຍໄວ, ຈາກໄກ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ມີສະຖຽນລະພາບຢູ່ທະເລ. ທ່ານປະທານສະພາແຫ່ງຊາດ ຢັ້ງຢືນສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດຍາມໃດກໍ່ເອົາໃຈໃສ່, ສ້າງລະບອບລະບຽບການ, ນະໂຍບາຍ, ກົດໝາຍເພື່ອສ້າງເຫຼົ່າທັບ ທະຫານເຮືອປະຕິວັດ, ກອງທັບຫຼວງ, ຍອດຢ້ຽມ,ທັນສະໄໝ, ພ້ອມກັບປະຊາຊົນໃນທົ່ວປະເທດປົກປັກຮັກສາປະເທດຊາດຢ່າງໝັ້ນແກ່ນ.






