• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງປະ​ເທດ ຫວຽດ​ນາມ ສີ​ຂຽວ, ສະ​ອາດ, ພັດ​ທະ​ນາ​ແບບ​ຍືນ​ຍົງ

ວັນ​ທີ 05 ມິ​ຖຸ​ນາ, ຢູ່ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ ໄດ້​ດຳ​ເນີນ​ພິ​ທີ​ປຸກ​ລະ​ດົມ​ຂະ​ບວນ​ການ​ທົ່ວ​ປວງ​ຊົນ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ງານ​ຊຸມ​ນຸມ​ມິດ​ຕິງ​ຕອບ​ສະ​ໜອງວັນ​ສິ່ງ​ແວດ​ລ້ອມ​ໂລກ ວັນ​ທີ 05 ມິ​ຖຸ​ນາ, ວັນ​ມະ​ຫາ​ສະ​ໝຸດ​ໂລກ ວັນ​ທີ 08 ມິ​ຖຸ​ນາ, ເດືອນ​ກະ​ທຳ​ເພື່ອ​ສິ່ງ​ແວດ​ລ້ອມ, ສັບ​ປະ​ດາ​ທະ​ເລ ແລະ ​ໝູ່​ເກາະ ຫວຽດ​ນາມ ປີ 2026 ມຸ່ງ​ໄປ​ເຖິງ​ການ​ສ້າງ​ ປະ​ເທດ ຫວຽດ​ນາມ ສີ​ຂຽວ, ສະ​ອາດ, ພັ​ດ​ທະ​ນາ​ແບບ​ຍືນ​ຍົງ.
  (ພາບ​ປະ​ກອບ: TTXVN)  

ໃນ​ຕາ​ແສງ ໂດ່​ເຊີນ, ພະ​ແນກ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ພ້ອມ​ກັບ​ອົງ​ການ ສ​ປ​ຊ​ ເພື່ອ​ການ​ພັດ​ທະ​ນາ (UNDP) ປະ​ຈຳ ຫວຽດ​ນາມ ໄດ້​ເປັນປະ​ທານ​ຮ່ວມ​​ງານ​ຊຸມ​ນຸມ​ມິດ​ຕິງ​ຕອບ​ສະ​ໜອງວັນ​​ສິ່ງ​ແວດ​ລ້ອມ​ໂລກ ພາຍ​ໃຕ້​ຫົວ​ຂໍ້ “ທົ່​ວ​ໂລກ​ຮ່ວມ​ແຮງ​ຮ່ວມ​ໃຈ​ກະ​ທຳ​ເພື່ອ​ດິນ​ຟ້າ​ອາ​ກາດ” ແລະ ກອງ​ປະ​ຊຸມ​ສຳ​ມະ​ນາ “ຮ່ວມ​ແຮງ​ຮ່ວມ​ໃຈຫຼຸດ​ຜ່ອນ​ການ​ນຳ​ໃຊ້​ຢາງ​ພ​ລາດ​ສະ​ຕິກ​ແບບ​ໃຊ້​ເທື່ອ​ດຽວ - ແຜ່​ກະ​ຈາຍ​ວິ​ຖີ​ຊີ​ວິດ​ສີ​ຂຽວ - ການ​ທ່ອງ​ທ່ຽ​ວ​ສີ​ຂຽວ”.

ຢູ່​ແຂວງ ເງະ​ອານ, ກ​ະ​ຊວງກ​ະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ເງະ​ອານ ຈັດ​ “ເວ​ທີ​ປາ​ໄສ​ລະ​ດັບຊາດ ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ແລະ ດິນ​ຟ້າ​ອາ​ກາດ - ຈາກ​ນະ​ໂຍ​ບາຍ​ໄປ​ສູ່​ການ​ກະ​ທຳ”.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top