• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງປະຊາຄົມຊາວຫວຽດນາມອາໄສຢູ່ລາວຜ່ານການຕິດພັນກັບວັດທະນະທຳຈິດວິນຍານ

      ວັນທີ 30 ພຶດສະພາ, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ຕິດພັນການເຄື່ອນໄຫວວັດທະນະທຳຈິດວິນຍານ ກັບວຽກງານຂົນຂວາຍປະຊາຄົມ ເພື່ອແນໃສ່ຄາດໝາຍເຕົ້າໂຮມ, ສ້າງປະຊາຄົມສາມັກຄີ, ເຂັ້ມແຂງ, ປະກອບສ່ວນສ້າງສາປະເທດລາວ ໃຫ້ຮຸ່ງເຮືອງລີ້ວໄລ ແລະ ອວ່າຍໜ້າເມືອຫາປະເທດຫວຽດນາມ”.

ຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ
(ພາບ: TTXVN) 
      ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ຮັບຟັງບົດປະກອບຄຳເຫັນ 5 ບົດກ່ຽວກັບ: ບົດບາດຂອງບັນດາຮາກຖານພຸດທະສາສະໜາຫວຽດນາມ ປະຈຳນະຄອນຫຼວງວຽງຈັນ ເວົ້າສະເພາະ ແລະ ສປປ.ລາວ ເວົ້າລວມ, ໃນການລະດົມພໍ່ແມ່ປະຊາຊົນເຂົ້າຮ່ວມບັນດາວຽກງານສັງຄົມ ແລະ ວຽກງານການກຸສົນ; ຊຸກຍູ້ການເຄື່ອນໄຫວອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ ຜ່ານບັນດາການເຄື່ອນໄຫວວັດທະນະທຳ - ສັງຄົມ, ລວມທັງບັນດາການເຄື່ອນໄຫວວັດທະນະທຳຈິດວິນຍານຂອງປະຊາຄົມ; ຍູ້ແຮງບັນດາການເຄື່ອນໄຫວຂະບວນຂອງປະຊາຄົມເວົ້າລວມ ແລະ ການເຄື່ອນໄຫວສັງຄົມ, ມະນຸດສະທຳເວົ້າສະເພາະ; ສ້າງປະຖົມປັດໃຈໃຫ້ແກ່ການສົມທົບຕິດພັນລະຫວ່າງປະຊາຄົນ, ພຸດທະສາສະໜາ ແລະ ຊົນຊາດ… ບັນດາຜູ້ແທນໄດ້ປະກອບຫຼາຍຄຳເຫັນ ເພື່ອແນໃສ່ຍົກສູງປະສິດທິຜົນບັນດາການເຄື່ອນໄຫວດ້ານວັດທະນະທຳແຫ່ງຈິດວິນຍານ, ບໍ່ພຽງແຕ່ເປັນການເຄື່ອນໄຫວດ້ານພຸດທະສາສະໜາເທົ່ານັ້ນ, ຫາກຍັງເພື່ອປະກອບສ່ວນສ້າງຄວາມສາມັກຄີ, ພັດທະນາປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໃຫ້ໝັ້ນຄົງເຂັ້ມແຂງອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top