• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງຕັ້ງສະຫະສະມາຄົມພັດຕະຄານ ອາຊຽນ

      ງານຕະຫລາດນັດວາງສະແດງຊາ, ກາເຟ, ອາຫານການກິນ ແລະ ພັດຕະຄານສາກົນປີ 2019 ໄດ້ໄຂຂຶ້ນໃນວັນທີ 21 ມີນາ ຢູ່ສູນວາງສະແດງ Marina Bay Sands, ປະເທດ ສິງກະໂປ ດ້ວຍການເຂົ້າຮ່ວມຂອງວິສາຫະກິດ 250 ແຫ່ງທີ່ມາຈາກ 28 ປະເທດ ແລະ ເຂດແຄວ້ນໃນໂລກ.
             ບໍລິສັດອາຫານການກິນ Gold Nuts, ສະຫະສະມາຄົມ ພັດຕະຄານ ຫວຽດນາມ (RAV) ແລະ ວິສາຫະກິດອື່ນບາງແຫ່ງເຂົ້າຮ່ວມງານຕະຫລາດນັດ.
        ທີ່ພິທີໄຂງານວາງສະແດງ, RAV ພ້ອມກັບບັນດາຄູ່ຮ່ວມມືຂອງ ສິງກະໂປ, ມາເລເຊຍ, ອິນໂດເນເຊຍ, ຟີລິບປີນ ແລະ ກຳປູເຈຍ ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືສ້າງຕັ້ງສະຫະສະມາຄົມ ພັດຕະຄານ ອາຊຽນ. ສະຫະສະມາຄົມ ພັດຕະຄານ ອາຊຽນ ໄດ້ຮັບການສ້າງຕັ້ງດ້ວຍ 4 ວິໄສທັດລວມ ແລະ ສຳຄັນ ເຊິ່ງລວມມີຄຳໝັ້ນສັນຍາກ່ຽວກັບຄຸນນະພາບ, ການອຸທິດສ່ວນໃຫ້ການສຶກສາ, ປົກປັກຮັກສາສິ່ງແວດລ້ອມ ແລະ ຊຸກຍູ້ການແລກປ່ຽນການຮ່ວມມືລະຫວ່າງບັນດາຝ່າຍ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top