• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງຄວ​າມກະ​ໂດ​ດ​ຂັ້ນ, ການ​ເຕີບ​ໂຕ​ໃຫ​້​ແກ່​ເຂດ​ເສດ​ຖະ​ກິດ​ຈຸ​ດ​ສຸມ​ທາງ​ທິດ​ໃຕ້

ຕອນເຊົ້າວັນທີ 6 ພຶດສະພາ, ຢູ່ນະຄອນ ບຽນຮ່ວາ, ແຂວງ ດົ່ງນາຍ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານກອງປະຊຸມພັດທະນາເຂດ ເສດຖະກິດຈຸດສຸມທາງທິດໃຕ້.

ທ່ານຫງວຽນຊວນຟຸກລົງຢ້ຽມຢາມພະນັກງານ, ພາລະກອນ ໂຄງການກໍ່ສ້າງທາງລົດໄຟ ຕົວເມຶອງເລກ ທີ 1(ພາບ: : ເທ໊ວີງ/baodongnai.com.vn
ໂດຍມີການເຂົ້າຮ່ວມຂອງທ່ານ ເຈືອງຮ່ວາບີ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ, ທ່ານ ເວືອງດິ່ງເຫ້ວ ຮອງນາຍົກລັດຖະມົນຕີ, ທ່ານ ຫງວຽນທຽນເຍີນ ເລຂາ ຄະນະພັກນະຄອນໂຮ່ຈິມິນ, ທ່ານ ຈິ້ງດິ່ງຢຸງ ຮອງນາຍົກລັດຖະມົນຕີ, ການນຳບັນດາກະຊວງ, ຂະແໜງການຂັ້ນສູນກາງ, ການນຳບັນດາທ້ອງຖິ່ນ, ບັນດານັກຊ່ຽວຊານ, ບັນດານັກວິທະຍາສາດ, ບັນດາວິສາຫະກິດ ແລະ ສະມາຄົມວິສາຫະກິດ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ເນັ້ນໜັກເຖິງຄວາມສຳຄັນຂອງບັນດາເຂດເສດຖະກິດຈຸດສຸມ, ເຊິ່ງໄດ້ສ້າງຕັ້ງມາຫຼາຍປີແລ້ວ, ແຕ່ຍັງບໍ່ມີກອງປະຊຸມໃຫຍ່ທີ່ປຶກສາກ່ຽວກັບການພັດທະນາເຂດ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ, ບັນດານັກຮຽນຮູ້, ນັກລົງທຶນ ຈະສະເໜີແນະມາດຕະການເພື່ອເຂດເສດຖະກິດຈຸດສຸມທາງທິດໃຕ້ພັດທະນາຖືກທິດ, ກາຍເປັນກຳລັງໜູນທີ່ໄດ້ຮັບການຢັ້ງຢືນຢ່າງແຮງກ່ວາອີກ, ສືບຕໍ່ແມ່ນກຳລັງຫຼັກແຫຼ່ງໃນທົ່ວປະເທດ. ພ້ອມທັງຫວັງວ່າບັນດາ ທ້ອງຖິ່ນ ຈະສະເໜີແນະກົນໄກການເຊື່ອມໂຍງລະຫວ່າງ ນະຄອນ ໂຮ່ຈິມິນ ກັບບັນດາທ້ອງຖິ່ນໃນເຂດ, ຍົກອອກບັນດາຂໍ້ຄົງຄ້າງເພື່ອປຶກສາມາດຕະການຊຸກຍູ້ການພັດທະນາເຂດ, ປະຕິບັດບັນດາໜ້າທີ່ ແລະ ເປົ້າໝາຍທີ່ໄດ້ວາງອອກຕາມຂໍ້ຕົກລົງຂອງທ່ານ ນາຍົກລັດຖະມົນຕີ: ໃຫ້ສັນຕະຍາບັນແຜນກຳນົດສັງລວມພັດທະນາເສດຖະກິດ - ສັງຄົມ ເຂດເສດຖະກິດ ຈຸດສຸມທາງທິດໃຕ້ ຈົນເຖິງ ປີ 2020, ກຳນົດທິດເຖິງປີ 2030.

        ເຂດເສດຖະກິດຈຸດສຸມທາງທິດໃຕ້ລວມມີ ນະຄອນ ໂຮ່ຈິມິນ, ບັນດາ ແຂວງຄື: ບີ່ງເຢືອງ, ດົ່ງນາຍ, ບ່າເຣີ້ຍ - ວຸ້ງເຕົ່າ, ບີງເຟຶ໊ອກ, ໄຕນິງ, ລອງອານ ແລະ ຕ່ຽນຢາງ. ເຂດ ເສດຖະກິດຈຸດສຸມທາງທິດໃຕ້ແມ່ນໜຶ່ງໃນບັນດາ ກຳລັງຫຼັກແຫຼ່ງ ດ້ານເສດຖະກິດຂອງທົ່ວປະເທດ ແລະ ຍັງມີຄວາມສາມາດບົ່ມຊ້ອນໃນການການພັດນະນາ ຢ່າງຫຼວງຫຼາຍ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top