• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງຄວາມສະດວກໃຫ້ແຫຼ່ງທຶນ ແລະ ບ້ວງສິນເຊື່ອສຳລັບພື້ນຖານເສດຖະກິດ

ທ່ານຮອງນາຍົກລັດຖະມົນຕີໃຫ້ຮູ້ວ່າ, ນັບແຕ່ຕົ້ນປີ 2023 ມາຮອດປະຈຸບັນ, ຕໍ່ໜ້າສະພາບການເສດຖະກິດຢູ່ພາຍໃນປະເທດ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ລັດຖະບານ ຫວຽດນາມ ໄດ້ມີການຊີ້ນຳຢ່າງຂ້ຽວຂາດ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິນຄາຍ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິນຄາຍ ໄດ້ເປັນປະທານກອງປະຊຸມມາດຕະການເພີ່ມທະວີຄວາມອາດສາມາດສຳຜັດກັບບ້ວງສິນເຊື່ອຂອງວິສາຫະກິດ ແລະ ສະພາບຮັບທຶນຂອງພື້ນຖານເສດຖະກິດ.

ທ່ານຮອງນາຍົກລັດຖະມົນຕີໃຫ້ຮູ້ວ່າ, ນັບແຕ່ຕົ້ນປີ 2023 ມາຮອດປະຈຸບັນ, ຕໍ່ໜ້າສະພາບການເສດຖະກິດຢູ່ພາຍໃນປະເທດ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ລັດຖະບານ ຫວຽດນາມ ໄດ້ມີການຊີ້ນຳຢ່າງຂ້ຽວຂາດ. ພິເສດ, ມີຫຼາຍນະໂຍບາຍປີການເງິນເພື່ອຮັກສາຄວາມສະຖຽນລະພາບ. ເຖິງຢ່າງໃດກໍ່ຕາມ, ສະພາບການຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ພິເສດແມ່ນໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງບັນດາວິສາຫະກິດ.

ເມື່ອເນັ້ນໜັກເຖິງບົດບາດຂອງບັນດາທະນາຄານການຄ້າ, ເຊິ່ງເປັນແຫ່ງພົບປະກັບວິສາຫະກິດ, ເປົ້າໝາຍກູ້ຢືມທຶນ, ທ່ານຮອງນາຍົກລັດຖະມົນຕີຖືວ່າ, ບັນດາທະນາຄານການຄ້າຕ້ອງສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດສຳຜັດກັບແຫຼ່ງທຶນ. 2 ເປົ້າໝາຍເຊິ່ງຢາກໄດ້ຮັບຈາກກອງປະຊຸມແມ່ນ ຄວາມຮັບຮູ້ຕີລາຄາຢ່າງໃກ້ຊິດ ແລະ ແກ້ໄຂຂໍ້ຕິດຂັດໃຫຍ່ເພື່ອລາຍງານຕໍ່ນາຍົກລັດຖະມົນຕີ ໃຫ້ມີການຊີ້ນຳ, ແກ້ໄຂຢ່າງໄວທີ່ສຸດ, ປະກອບສ່ວນເຂົ້າໃນການເຕີບໂຕ ແລະ ພັດທະນາ, ຮັບປະກັນເປົ້າໝາຍ, ໜ້າທີ່ທີ່ໄດ້ວາງອອກໃນປີ 2023 ແລະ ແຜນການ 5 ປີເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ກຳນົດໄວ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top