• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົ່ງ​ເສີມ​ການ​ເຈ​ລະ​ຈາ​ທາງ​ການ​ຄ້າ​ກັບ ອາ​ເມ​ລິ​ກ

ອາເມລິກາໄດ້ເຫັນດີເຈລະຈາຂໍ້ຕົກລົງກ່ຽວກັບການຄ້າ ກັບ ຫວຽດນາມ ດ້ວຍເປົ້າໝາຍຫຼຸດຜ່ອນການຂາດດູນທາງການຄ້າລະຫວ່າງສອງປະເທດຕາມທິດມຸ່ງໄປເຖິງຄວາມດູ່ນດ່ຽງແບບຍືນຍົງ, ຍາວນານ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ວັນທີ 11 ເມສາ ຕ້ອງສ້າງຕັ້ງຄະນະເຈລະຈາໂດຍລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າເປັນຫົວໜ້າຄະນະໃນທັນທີ, ພ້ອມກັບບັນດາສະມາຊິກຕ້ອງເປັນມືອາຊີບ, ມີຄວາມຮັບຜິດຊອບຢູ່ລະດັບສູງ… ເພື່ອສ້າງແຜນການ, ມາດຕະການ, ບົນຈິດໃຈ “ຜົນປະໂຫຍດກົມກຽວ, ແບ່ງປັນຄວາມສ່ຽງ”. ນີ້ແມ່ນຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ກອງປະຊຸມຄັ້ງທີ 4 ຂອງຄະນະປະຈຳລັດຖະບານກັບບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງນະໂຍບາຍພາສີໃໝ່ຂອງ ອາເມລິກາ ເຊິ່ງໄດ້ຈັດຂຶ້ນໃນວັນທີ 10  ເມສາ ຢູ່ສຳນັກງານລັດຖະບານ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ອາເມລິກາໄດ້ເຫັນດີເຈລະຈາຂໍ້ຕົກລົງກ່ຽວກັບການຄ້າ ກັບ ຫວຽດນາມ ດ້ວຍເປົ້າໝາຍຫຼຸດຜ່ອນການຂາດດູນທາງການຄ້າລະຫວ່າງສອງປະເທດຕາມທິດມຸ່ງໄປເຖິງຄວາມດູ່ນດ່ຽງແບບຍືນຍົງ, ຍາວນານ. ທ່ານໃຫ້ຮູ້ວ່າ:

ທັດສະນະແມ່ນຖືຄວາມສັງລວມໃນການພັດທະນາລວມຂອງປະເທດຊາດ, ໃນການພົວພັນລວມຂອງສາກົນ. ແກ້ໄຂບັນຫານີ້ແຕ່ບໍ່ກໍ່ຜົນສະທ້ອນເຖິງບັນຫາອື່ນໆ. ແກ້ໄຂບັນຫາກັບຄູ່ຮ່ວມມືນີ້ ແຕ່ບໍ່ກໍ່ຜົນສະທ້ອນຕໍ່ຄູ່ຮ່ວມມືອື່ນ. ແກ້ໄຂວຽກງງານນີ້ແຕ່ບໍ່ປະໃຫ້ມີຜົນສະທ້ອນຕໍ່ບັນດາການພົວພັນອື່ນ ດ້ວຍສັນຍາການຄ້າເສລີ 17 ສະບັບທີ່ໄດ້ຮັບການລົງນາມແລ້ວ ເຊິ່ງມີຕະຫຼາດກ່ວາ 60 ແຫ່ງໃນໂລກ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ນີ້ແມ່ນຈຸດເວລາເພື່ອສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ສ້າງໂຄງປະກອບວິສາຫະກິດຄືນໃໝ່, ຫັນຜະລິດຕະພັນເປັນຫຼາຍຮູບຫຼາຍແບບ, ຫັນຕະຫຼາດເປັນຫຼາຍຮູບແບບ, ຫັນລະບົບການສະໜອງເປັນຫຼາຍຮູບແບບ, ຜ່ານນັ້ນ ກໍ່ຊ່ວຍວິສາຫະກິດ ຫວຽດນາມເຕີບໃຫຍ່ເຂັ້ມແຂງ, ເຂົ້າຮ່ວມບັນດາຕະຫຼາດໃຫຍ່, ລະບົບສະໜອງໃຫຍ່ຂອງໂລກຢ່າງເລິກເຊິ່ງກວ້າງຂວາງ.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສຸດຍອດ P4G: ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ສອງ​ສະ​ບັບ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ສີ​ຂຽວ​ແບບ​ຍືນ​ຍົງ

ອັດ​ກອງ​ປະ​ຊຸມ​ສຸດຍອດ P4G: ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ສອງ​ສະ​ບັບ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ສີ​ຂຽວ​ແບບ​ຍືນ​ຍົງ

ຕອນບ່າຍວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ຄັ້ງທີ 4 ໄດ້ອັດລົງພາຍຫຼັງການເຮັດວຽກມາເປັນເວລາ 4 ວັນ (14/4 - 17/4).

Top