• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົ່ງ​ເສີມ​ການ​ຄ້າ, ຊຸກ​ຍູ້​ການ​ນຳ​ເຂົ້າ​ສົ່ງ​ອອກ ຫວຽດ​ນາມ - ກຳ​ປູ​ເຈຍ

ກອ​ງ​ປະ​ຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 250 ທ່ານ​ເຊິ່ງ​ແມ່ນ​ການ​ນຳ​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ, ອົງການຈັດ​ຕັ້ງການ​ສົ່ງ​ເສີມ​ການ​ຄ້າ, ສະ​ມາ​ຄົມ​ຂະ​ແໜງ​ການ ແລະ ປະ​ຊ​າ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ກຳ​ປູ​ເຈຍ.
  ກອງປະຊຸມ ເພີ່ມທະວີການເຊື່ອມຕໍ່ລະບົບສະໜອງ ແລະ ການພັດທະນາການຄ້າເຂດຊາຍແດນແບບຍືນຍົງ ຫວຽດນາມ - ກຳປູເຈຍ (ພາບ: ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ)  

ຕອນ​ບ່​າຍ​ວັນ​ທີ 15 ພຶດ​ສ​ະ​ພາ, ຢູ່​ແຂວງ ດົ່ງ​ທາບ ​ໄດ້​ດຳ​ເນີນກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ, ຊຸກ​ຍູ້​ການ​ນຳ​ເຂົ້າ​ສົ່ງ​ອອກ​ ເຂດ​ພາກ​ໃຕ້ ປີ 2026 ດ້ວຍ​ຫົວ​ຂໍ້ “ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ລະ​ບົບ​ສະ​ໜອງ ແລະ ການ​ພັດ​ທະ​ນາ​ການ​ຄ້າ​ເຂດ​ຊາຍ​ແດນ​ແບບ​ຍືນ​ຍົງ ຫວຽດ​ນາມ - ກຳ​ປູ​ເຈຍ”. ກອ​ງ​ປະ​ຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 250 ທ່ານ​ເຊິ່ງ​ແມ່ນ​ການ​ນຳ​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ, ອົງການຈັດ​ຕັ້ງການ​ສົ່ງ​ເສີມ​ການ​ຄ້າ, ສະ​ມາ​ຄົມ​ຂະ​ແໜງ​ການ ແລະ ປະ​ຊ​າ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ກຳ​ປູ​ເຈຍ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ​ມີ​ການ​ເຕີ​ບ​ໂຕ​ໂດຍ​ໄວ ແລະ ຕໍ່​ເນື່ອງ. ທ່ານ ​ເລ​ຮ​ວ່າງ​ຕ່າຍ, ຮອງ​ຫົວ​ໜ້າ​ກົມ​ສົ່ງ​ເສີມ​ການ​ຄ້າ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການຄ້າ ຫວຽດນາມ ໃຫ້​ຮູ້​ວ່າ:

ຫວຽດ​ນາມ - ກຳ​ປູ​ເຈຍ ມີຫຼາຍ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລວມ ​ກໍ່​ຄື​ແມ່ນ​ຢູ່​ໃນ​ກຸ່ມ​ອາ​ຊຽນ ຫຼື​ສັນ​ຍາ FTA ຢູ່​ພາກ​ພື້ນ​ສະ​ບັບ​ຕ່າງໆ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ຈະໝູນ​ໃຊ້​ບັນ​ດາ​ສັນ​ຍາ FTA ນີ້​ເພື່ອ​ສ້າງ​ທ່າ​ໄດ້​ປຽບ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ - ການລົງ​ທຶນ​ລະ​ຫວ່າງ​ສອງ​ຝ່າຍ. ພວກ​ເຮົາ​ຕ້ອງ​ມຸ່ງ​ໄປ​ເຖິງ​ການ​ຫັນ​ສິນ​ຄ້າ​ປະ​ເພດ​ຕ່າງໆ, ມາດ​ຖານດ້ານ​ເຕັກ​ນິກ​ບັນລຸມາດຕະຖານເພື່ອ​ຕອບ​ສະ​ໜອງ​ໃຫ້​ແກ່​ການ​​ແລກ​ປ່ຽນ​ຄ້າ​ຂາຍ​ລະ​ຫວ່າງວິ​ສາ​ຫະ​ກິດ​ສອງ​ປະ​ເທດ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top