• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົ່ງ​ເສີມການ​ລົງ​ທຶນ, ການ​ຮ່ວມ​ມື​ຂະ​ແໜງ​ອາ​ຊີບ​ລະ​ຫວ່າງ​ແຂວງ ກວ໋າງ​ນິງ (ຫວຽດ​ນາມ) ກັບ ແຂວງ ກວາງ​ຊີ (ຈີນ)

ຢູ່ເວທີປາໄສ, ບັນດາວິສາຫະກິດສອງປະເທດ ໄດ້ແນະນຳບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງທີ່ພົ້ນເດັ່ນກ່ຽວກັບພື້ນຖານໂຄງລ່າງ, ພື້ນຖານດ້ານວັດຖຸຢູ່ເຂດອຸດສາຫະກຳກໍ່ຄືຄຸນນະພາບແຫຼ່ງຊັບພະຍາກອນມະນຸດ.
ເວທີປາໄສ ສົ່ງເສີມການລົງທຶນ, ການຮ່ວມມືຂະແໜງອາຊີບ ປີ 2025

ວັນທີ 11 ທັນວາ, ຢູ່ແຂວງ ກວ໋າງນິງ, ບັນດາວິສາຫະກິດ ຂອງແຂວງ ກ໋ວາງນິງ (ຫວຽດນາມ) ແລະ ແຂວງ ກວ໋າງຊີ (ຈີນ) ໄດ້ເຂົ້າຮ່ວມເວທີປາໄສ ສົ່ງເສີມການລົງທຶນ, ການຮ່ວມມືຂະແໜງອາຊີບ ປີ 2025, ໃນຂອບເຂດງານຕະຫຼາດນັດການຄ້າການທ່ອງທ່ຽວສາກົນ ຫວຽດນາມ - ຈີນ ຄັ້ງທີ 17 ປີ 2025, ທີ່ໄດ້ດຳເນີນຢູ່ ແຂວງ ກວ໋າງນິງ. ຢູ່ເວທີປາໄສ, ບັນດາວິສາຫະກິດສອງປະເທດ ໄດ້ແນະນຳບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງທີ່ພົ້ນເດັ່ນກ່ຽວກັບພື້ນຖານໂຄງລ່າງ, ພື້ນຖານດ້ານວັດຖຸຢູ່ເຂດອຸດສາຫະກຳກໍ່ຄືຄຸນນະພາບແຫຼ່ງຊັບພະຍາກອນມະນຸດ. ພິເສດ, ບັນດາຝ່າຍໄດ້ແບ່ງປັນຫຼາຍຂໍ້ມູນທີ່ມີປະໂຫຍດທີ່ກ່ຽວຂ້ອງເຖິງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢູ່ໃນບັນດາຂົງເຂດຄື: logistics, ການທ່ອງທ່ຽວ, ການລົງທຶນລະບົບຂົນສົ່ງ, ແລກປ່ຽນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈເມື່ອຜັນຂະຫຍາຍບັນດາຮູບແບບການຮ່ວມມືຂະແໜງອາຊີບຜ່ານຊາຍແດນ. ເຂົ້າຮ່ວມ ເວທີປາໄສ, ທ່ານນາງ ເຮືອຊຽນໜິງ ຮອງຫົວໜ້າພະແນກການຄ້າເຂດປົກຄອງຕົນເອງ ກວາງຊີ, ຫົວໜ້າຄະນະຜູ້ແທນ ເຂດປົກຄອງຕົນເອງຊົນເຜົ່າ ຈວາງ, ແຂວງກວາງຊີ, ຈີນ ຖືວ່າ ການຊຸກຍູ້ການຮ່ວມມືອຸດສາຫະກຳຂ້າມຊາຍແດນ ຫວຽດນາມ - ຈີນພວມຢືນຢູ່ຕໍ່ໜ້າແງ່ຫວັງເປີດກວ້າງ, ມີຄວາມສາມາດບົ່ມຊ້ອນທີ່ຍິ່ງໃຫຍ່.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top