• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົ່ງເສີມການລົງທຶນ,ການທ່ອງທ່ຽວເຂົ້າແຂວງ ເຊກອງ

      ວັນທີ 26 ກໍລະກົດ, ຢູ່ ນະຄອນ ຕາມກີ ແຂວງ ກວ໋າງນາມ ໄດ້ດຳເນີນກອງປະຊຸມສົ່ງເສີມການລົງທຶນ ການທ່ອງທ່ຽວ ເຂົ້າແຂວງ ເຊກອງ. ນີ້ແມ່ນກອງປະຊຸມຄັ້ງທຳອິດໄດ້ຮັບການຈັດຕັ້ງໂດຍແຂວງ ກວ໋າງນາມ ແຮກສ່ຽວກັບແຂວງ ເຊກອງ ຫນູນຊ່ວຍ, ຊ່ວຍເຫລືອ ແລະ ເປັນເຈົ້າພາບຈັດຕັ້ງ.

ຜູ່້ແທນເຂົ້າຮ່ວມກອງປະຊຸມ
ພາບ:qdnd
      ໃນຂອບເຂດກອງປະຊຸມ, ຜູ້ຕາງຫນ້າແຂວງ ເຊກອງ ໄດ້ແນະນຳໃຫ້ບັນດາວິສາຫະກິດຫວຽດນາມ ຮັບຊາບກ່ຽວກັບແຜນນະໂຍບາຍ, ນະໂຍບາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ແລະບັນດາຂົງເຂດ, ບັນຊີລາຍຊື່ໂຄງການດຶງດູດການລົງທຶນເຂົ້າແຂວງ ເຊກອງຄື: ຂະແຫນງທ່ອງທ່ຽວ, ຂຸດຄົ້ນຊັບພະຍາກອນໂລຫະ, ລົງທຶນກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ, ອຸດສາຫະກຳ ແລະ ການຄ້າ, ລົງທຶນໂຄງການກໍ່ສ້າງໂຮງງານຜະລິດຫົວອາຫານສັດລ້ຽງ, ສ້າງຕັ້ງໂຮງງານປຸງແຕ່ງໄມ້ໃຜ່, ໄມ້ເຮ້ຍ. ການນຳແຂວງ ເຊກອງ ໃຫ້ຄຳໝັ້ນສັນຍາວ່າ ຍາມໃດກໍ່ຈະຮ່ວມເດີນທາງ ແລະ ສ້າງຄວາມສະດວກດີສຸດໃຫ້ນັກລົງທຶນ, ວິສາຫະກິດກ່ຽວຂ້ອງມາເຮັດລະບຽບການລົງທຶນ, ລະບຽບການອື່ນໆ.
 (ແຫຼ່ງຄັດຈາກ VOV)

ເວທີປາໄສ ແຊງຊາງ ປັກກິ່ງ ປີ 2026 ມຸ່ງໄປເຖິງບັນດາຈຸດຮ້ອນເຮັ່ງດ້ານຄວາມໝັ້ນຄົງທົ່ວໂລກ

ເວທີປາໄສ ແຊງຊາງ ປັກກິ່ງ ປີ 2026 ມຸ່ງໄປເຖິງບັນດາຈຸດຮ້ອນເຮັ່ງດ້ານຄວາມໝັ້ນຄົງທົ່ວໂລກ

ວັນ​ທີ 08 ພຶດ​ສະ​ພາ, ມີ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຊາດ, ນັກ​ຮ​ຽນ​ຮູ້ ແລະ ຜູ້​ຕາງ​ໜ້າກວ່າ 120 ທ່ານ​ທີ່​ມາ​ຈາກກວ່າ 40 ປະ​ເທດ ພ້ອມ​ດ້ວຍ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ຈັດກຽມ​ເວ​ທີ​ປາ​ໄສແຊ​ງ​ຊາງ ປັກ​ກິ່ງ ແນ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ຈຸດ​ຮ້ອນ​ເຮັ່ງ​ດ້ານ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ ແລະ ສາ​ກົນ, ກໍ​ຄື​ໃນ​ອະ​ນາ​ຄົດ​ຂອງ​ການ​ບໍ​ລິ​ຫານ​ທົ່ວ​ໂລກ.

Top