• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົ່ງເສີມການຄ້າລະຫວ່າງ ຫວຽດນາມ - ອາເມລິກາໄລຍະພາຍຫຼັງ Covid – 19

      ແຕ່ວັນທີ 28 - 30 ພຶດສະພາ ຈະດຳເນີນ ກອງປະຊຸມພົວພັນແລກປ່ຽນການຄ້າທາງອອນລາຍດ້ວຍຫົວຂໍ້: ສົ່ງເສີມການຄ້າເກີບ ຫວຽດນາມ - ອາເມລິກາໄລຍະພາຍຫຼັງ Covid - 19”. 

ພາບປະກອບ: Congthuong.vn 
      ນີ້ແມ່ນແຜນການຂຶ້ນກັບໂຄງການຮ່ວມມືລະຫວ່າງ ກົມສົ່ງເສີມການຄ້າ ແລະ ຫ້ອງການການຄ້າຫວຽດນາມ ປະຈຳ ອາເມລິກາ ກັບສະຫະສະມາຄົມບັນດາຫົວໜ່ວຍຈຳໜ່າຍ ແລະ ຂາຍຍ່ອຍເກີບ ອາເມລິກາ (FDRA).
        ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາ ແງ່ຫວັງໃນໄລຍະຈະມາເຖິງ ກໍ່ຄືວິທີການຮັບມືໃນສະພາບການໃໝ່, ແນະນຳການກຳນົດທິດນະໂຍບາຍໃຫ້ແກ່ຝ່າຍຫວຽດນາມເພື່ອແນໃສ່ພັດທະນາຂະແໜງເກີບ ແລະ ຊຸກຍູ້ການເຄື່ອນໄຫວພົວພັນແລກປ່ຽນການຄ້າໃນຂົງເຂດເກີບກັບຕະຫຼາດອາເມລິກາ, ສ້າງໂອກາດການແນະນຳ, ເຊື່ອມຕໍ່ລະຫວ່າງວິສາຫະກິດ ຫວຽດນາມ - ອາເມລິກາໃນຂົງເຂດເກີບ.
        ຜ່ານກອງປະຊຸມພົວພັນແລກປ່ຽນການຄ້ານີ້, ວິສາຫະກິດ ຫວຽດນາມ ແລະ ບັນດານັກນຳເຂົ້າຂອງອາເມລິກາຈະຊອກຮູ້ຄວາມຕ້ອງການ, ກຳລັງຄວາມສາມາດຂອງກັນຢ່າງຈະແຈ້ງກ່ວາອີກ, ກ້າວໄປເຖິງຂໍ້ຕົກລົງບັນດາໂອກາດຮ່ວມມືສົ່ງເສີມການຄ້າເພື່ອຜົນປະໂຫຍດຂອງວິສາຫະກິດທັງສອງຝ່າຍ, ປະກອບສ່ວນເຂົ້າໃນການໜູນຊ່ວຍວິສາຫະກິດຜ່ານຜ່າໂລກລະບາດຢ່າງປອດໄພ, ກະກຽມກຳລັງຮັບມືກັບບັນດາການຜັນແປດ້ານການຄ້າຢ່າງໄວ, ປະກອບສ່ວນປັບປຸງການພົວພັນການຄ້າທີ່ໄດ້ຮັບການກໍ່ສ້າງບົນພື້ນຖານໝັ້ນຄົງລະຫ່ວາງ ສອງປະເທດ ຫວຽດນາມ - ອາເມລິກາ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top