ຂ່າວສານ
ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບກັບ ການພັດທະນາເສດຖະກິດ - ສັງຄົມຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້
ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບກັບ ການພັດທະນາເສດຖະກິດ - ສັງຄົມຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ນັ້ນແມ່ນຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢູ່ກອງປະຊຸມ ກ່ຽວກັບການຮັບປະກັນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຮັບໃຊ້ການພັດທະນາເສດຖະກິດສັງຄົມ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ໄດ້ດຳເນີນໃນຕອນເຊົ້າວັນທີ 29 ທັນວາ ຢູ່ຮ່າໂນ້ຍ.
ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແລະ ເຂດໃກ້ຄຽງແມ່ນສະຖານທີ່ມີທີ່ຕັ້ງຍຸດທະສາດສຳຄັນພິເສດ ກ່ຽວກັບການເມືອງ, ເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສິ່ງແວດລ້ອມ, ຊີວະນາໆພັນ, ການຕ່າງປະເທດ, ເປັນປະຕູເຂົ້າອອກທາງທິດໃຕ້ຂອງປະເທດຊາດ ແລະ ຕິດພັນກັບພາລະກິດແຫ່ງການສ້າງສາ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສຸມໃສ່ປະຕິບັດ 5 ກຸ່ມໜ້າທີ່ຈຸດສຸມ, ຫຼັກແຫຼ່ງ, ລຸລ່ວງ. ໃນນັ້ນ, ຕ້ອງຮັບປະກັນການປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງການພັດທະນາເສດຖະກິດ - ສັງຄົມ ກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ປະຕິບັດນັບແຕ່ຂັ້ນຮາກຖານ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງສຸມໃສ່ຜັນຂະຫຍາຍປະຕິບັດນະໂຍບາຍຊົນເຜົ່າ, ສາສະໜາ, ປະຕິບັດໂຄງການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ສ້າງວຽກເຮັດງານທຳ; ຊຸກຍູ້ລັກສະນະຕັ້ງໜ້າ, ເຈັດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງພໍ່ແມ່ປະຊາຊົນໃນການພັດທະນາເສດຖະກິດສັງຄົມ…







