• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົນທິສັນຍາ ຮ່າໂນ້ຍ: ພ້ອມກັນສ້າງໂລກແຫ່ງສັນຕິພາບ, ປອດໄພ

ສົນທິສັນຍາ ຮ່າໂນ້ຍ, ເປັນສົນທິສັນຍາຫຼາຍຝ່າຍທົ່ວໂລກກ່ຽວກັບການຕ້ານອາດຊະຍາກຳທາງໄຊເບີໄດ້ກຳເນີດ, ແມ່ນສິ່ງພິສູດຢ່າງມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີ ແລະ ຄວາມເຄົາລົບກົດໝາຍ.
(ຜູ້ແທນເຂົ້າຮ່ວມພິທີລົງນາມ)
ພິທີລົງນາມສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ ດ້ວຍຫົວຂໍ້ “ຕ້ານອາດຊະຍາກຳທາງໄຊເບີ - ແບ່ງປັນຄວາມຮັບຜິດຊອບ - ມຸ່ງໄປເຖິງອະນາຄົດ” ໄດ້ໄຂຂຶ້ນໃນວັນທີ 25 ຕຸລາ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ເຂົ້າຮ່ວມພິທີລົງນາມມີທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres, ທ່ານຫົວໜ້າຝ່າຍບໍລິຫານຫ້ອງການສະຫະປະຊາຊາດກ່ຽວກັບຢາເສບຕິດ ແລະ ອາດຊະຍາກຳ (UNODC) Ghada Fathy Ismail Waly, ຫົວໜ້າ, ການນຳບັນດາປະເທດສະມາຊິກສະຫະປະຊາຊາດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ.
(ທ່ານປະທານປະເທດ ເລືອງເກື່ອງກ່າວຄຳເຫັນທີ່ພິທີໄຂ)

ອ່ານສູນທອນພົດເປີດພິທີລົງນາມສົນທິສັນຍາ ຮ່າໂນ້ຍ, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ ບັນດາສິ່ງທ້າທາຍຂອງອາດຊະຍາກຳທາງໄຊເບີ, ສົນທິສັນຍາ ຮ່າໂນ້ຍ, ເປັນສົນທິສັນຍາຫຼາຍຝ່າຍທົ່ວໂລກກ່ຽວກັບການຕ້ານອາດຊະຍາກຳທາງໄຊເບີໄດ້ກຳເນີດ, ແມ່ນສິ່ງພິສູດຢ່າງມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີ ແລະ ຄວາມເຄົາລົບກົດໝາຍ.

        ສົນທິສັນຍາ ຮ່າໂນ້ຍ ໄດ້ສົ່ງສານ 3 ຂໍ້ຢ່າງຈະແຈ້ງ, ມີຄວາມໝາຍຢ່າງເລິກເຊິ່ງ ແລະ ຍາວນານຕໍ່ກັບໂລກ. ທີໜຶ່ງ, ຢືນຢັນຄຳໝັ້ນສັນຍາກຳນົດຮູບແບບຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງໄຊເບີບົນພື້ນຖານກົດໝາຍສາກົນ. ທີສອງ, ຖື ຈິດໃຈແບ່ງປັນ, ຮ່ວມເດີນທາງ ແລະ ໜູນຊ່ວຍເຊິ່ງກັນແລະກັນເປັນຢ່າງສູງ. ທີສາມ, ເນັ້ນໜັກເຖິງເປົ້າໝາຍສູງສຸດຂອງຄວາມມານະພະຍາຍາມແມ່ນເພື່ອປະຊາຊົນ, ເພື່ອໃຫ້ເຕັກໂນໂລຊີຮັບໃຊ້ການດຳລົງຊີວິດ, ການພັດທະນາ ນຳມາເຊິ່ງໂອກາດໃຫ້ທຸກສິ່ງທຸກຢ່າງ, ແລະ ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ເບື້ອງຫຼັງໃນວິວັດການຫັນໂລກເປັນດີຈີຕອນ. ທ່ານປະທານປະເທດ ຢືນຢັນວ່າ:

        “3 ສານນັ້ນສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຈິດໃຈແກ່ນສານຂອງສົນທິສັນຍາ ຮ່າໂນ້ຍ, ເປັນສົນທິສັນຍາຂອງການເຄົາລົບກົດໝາຍ, ຂອງການຮ່ວມມືແລະ ຂອງປະຊາຊົນ. ນັ້ນກໍ່ແມ່ນທິດທາງເຊິ່ງ ຫວຽດນາມ ຢືດໝັ້ນເດີນຕາມ ໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ. ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດພິທີລົງນາມ ແລະ ແມ່ນປະເທດທຳອິດລົງນາມສົນທິສັນຍາ ຮ່າໂນ້ຍ ໄດ້ເປັນສິ່ງພິສູດໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງພວກຂ້າພະເຈົ້າຕໍ່ການເຄົາລົບກົດໝາຍ, ປະຕິບັດພັນທະສາກົນຢ່າງຄົບຖ້ວນ ແລະ ປະກອບສ່ວນປັບປຸງຄວາມເປັນລະບຽບຮຽບຮ້ອຍດ້ານນິຕິກຳທົ່ວໂລກໃນທາງໄຊເບີ”.

        ໂດຍແບ່ງປັນທີ່ພິທີໄຂ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຢືນຢັນວ່າ:

        “ສົນທິສັນຍາດັ່ງກ່າວແມ່ນຄຳໝັ້ນສັນຍາປົກປ້ອງບັນດາສິດພື້ນຖານຂອງມະນຸດ, ລວມມີສິດສ່ວນຕົວ, ກຽດສັກສີແລະ ຄວາມປອດໄພ, ທັງໃນໂລກຕົວຈິງ ແລະພື້ນທີ່ດີຈີຕອນ. ນີ້ແມ່ນສິ່ງພິສູດໃຫ້ເຫັນກຳລັງແຮງຂອງລັດທິຫຼາຍຝ່າຍ, ສະແດງໃຫ້ເຫັນເລື່ອງ ເມື່ອບັນດາປະເທດຮ່ວມມືກັນ, ພວກເຮົາຈະໄສາມາດຊອກຫາມາດຕະການແກ້ໄຂໃຫ້ບັນດາສິ່ງທ້າທາຍທົ່ວໂລກໄດ້”.

        ຕາມແຜນການ, ບັນດາສະມາຊິກສົນທິສັນຍາ ຈະຈັດກອງປະຊຸມໃນເດືອນ ມັງກອນ ປີ 2026 ຢູ່ ວຽນ, ປະເທດ ໂອຕາລິດ ເພື່ອປຶກສາຫາລືຫຼັກເກນລະບຽບການໃຫ້ແກ່ບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມໃນອະນາຄົດ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top