• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົກຮຽນໃຫມ່ 2021- 2022: ສ້າງຫລາຍແຜນການກ່ຽວກັບການຮຽນການສອນຢ່າງປອດໄພເພື່ອປ້ອງກັນຕ້ານໂລກລະບາດໂຄວິດ -19

      ໂດຍອີງໃສ່ແຜນການສົກຮຽນ 2021-2022ຊື່ງ ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ປະກາດໃຊ້ນັ້ນ, ມາຮອດຈຸດເວລານີ້ ມີຫລາຍທ້ອງຖິ່ນໄດ້ປະກາດໃຊ້ແຜນການກ່ຽວກັບເວລາຮຽນໃນສົກຮຽນໃຫມ່ໃຫ້ນັກຮຽນທຸກຂັ້ນ. ເຖິງຢ່າງໃດກໍຕາມ ຍ້ອນການຜັນແປສັບສົນຂອງໂລກລະບາດໂຄວິດ -19, ສະນັ້ນ ບັນດາທ້ອງຖິ່ນຈຶ່ງໄດ້ເປັນເຈົ້າການສ້າງຫລາຍແຜນການທີ່ມີໄຫວພິບໃຫ້ແກ່ສົກຮຽນໃຫມ່ ໂດຍອີງຕາມສະພາບຕົວຈິງຢູ່ແຕ່ລະທ້ອງຖິ່ນ.
ໄຂສົກຮຽນໃຫມ່ ແບບທາງໄກ. (ພາບປະກອບ:TTXVN)
      ຕາມແຜນການຂອງສົກຮຽນ 2021-2022ໂດຍກະຊວງສຶກສາ ແລະ ບຳລຸງສ້າງປະກາດໃຊ້ນັ້ນ, ນັກຮຽນຈະເລີ່ມເຂົ້າໂຮງຮຽນແມ່ນນັບແຕ່ວັນທີ 1 ກັນຍາ, ສະເພາະນັກຮຽນປໍ 1 ແມ່ນນັບແຕ່ວັນທີ 23 ສິງຫາ. ໄລ່ຮອດວັນທີ 18 ສິງຫາ ໄດ້ມີກວ່າ 40 ແຂວງ, ນະຄອນປະກາດຕາຕະລາງຮຽນໃນສົກຮຽນໃຫມ່. ສ່ວນຫລາຍບັນດາແຂວງ, ນະຄອນໃຫ້ນັກຮຽນຫ້ອງປໍ 1 ເຂົ້າໂຮງຮຽນແມ່ນເລີ່ມແຕ່ວັນທີ 23 ສິງຫາ, ສ່ວນຫ້ອງອື່ນໆແມ່ນວັນທີ 1 ກັນຍາ. ທ່ານ ຫງວຽນກວກຕວັນ ຫົວຫນ້າພະແນກສຶກສາ ແລະ ບຳລຸງສ້າງ ແຂວງ ຮ່ານາມໃຫ້ຮູ້ວ່າ:
 “ແຂວງ ຮ່ານາມ ກໍ່ໄດ້ປະກາດໃຊ້ແຜນການກ່ຽວກັບເວລາຮຽນຂອງສົກຮຽນໃໝ່. ເຖິງຢ່າງໃດກໍຕາມ ແຂວງຕ້ອງອີງໃສ່ສະພາບການຜັນແປຂອງໂລກລະບາດໂຄວິດ - 19 ຈຶ່ງມີບັນດາຂໍ້ກຳນົດລະອຽດ. ປະຈຸບັນ ແຂວງກໍ່ໄດ້ກະກຽມທຸກເງື່ອນໄຂເພື່ອໃຫ້ນັກຮຽນໄດ້ເຂົ້າຮຽນ. ແຕ່ວ່າ ຕໍ່ຫນ້າການຜັນແປສັບສົນຂອງໂລກລະບາດ ສະນັ້ນ ທາງແຂວງກໍ່ໄດ້ມອບໃຫ້ພະແນກສຶກສາ ແລະ ບຳລຸງສ້າງ ຊີ້ນຳບັນດາຮາກຖານການສຶກສາກະກຽມບັນດາວິທີການທີ່ສາມາດຮຽນໄດ້ ຕົວຢ່າງຄື: ການຮຽນການສອນ ອອນລາຍ.”
ໄປຄຽງຄູ່ກັບການປະກາດໃຊ້ແຜນການຂອງສົກຮຽນໃຫມ່, ຂະແຫນງສຶກສາບັນດາທ້ອງຖິ່ນກໍ່ໄດ້ກະກຽມພື້ນຖານດ້ານວັດຖຸ, ອຸປະກອນ, ຫລັກສູດ,ປື້ມຕຳລາ, ຝຶກອົບຮົມລາຍການສຶກສາສາມັນໃຫມ່ໃຫ້ຖັນແຖວຄູອາຈານ.. ທ່ານ ຟຸ່ງກວັກເລິບ, ຮອງຫົວຫນ້າພະແນກສຶກສາ ແລະ ບຳລຸງສ້າງແຂວງ ຝູເທາະ ໃຫ້ຮູ້ວ່າ: ພະແນກໄດ້ຈັດສົ່ງຄະນະລົງໄປກວດກາບັນດາຮາກຖານການສຶກສາ, ມາຮອດປະຈຸບັນ ວຽກງານກະກຽມພື້ນຖານດ້ານວັດຖຸໄດ້ສຳເລັດແລ້ວ.
ຍ້ອນໂລກລະບາດໂຄວິດ - 19 ພວມຜັນແປສັບສົນ, ສະນັ້ນ ຫລາຍທ້ອງຖິ່ນໃຫ້ຮູ້ວ່າ: ເລື່ອງປະກາດໃຊ້ແຜນການກ່ຽວກັບເວລາຮຽນໃນສົກຮຽນໃຫມ່ ຫຼາຍໂຮງຮຽນແມ່ນແຕກຕ່າງກັນ ເພື່ອໃຫ້ບັນດາຮາກຖານການສຶກສາໃດມີເງື່ອນໄຂຄົບຖ້ວນກໍ່ໃຫ້ຈັດຕັ້ງການສຶກສາໂດຍກົງ,ຜັນຂະຫຍາຍປະຕິບັດ, ສ່ວນຮາກຖານໃດຍັງບໍ່ທັນມີເງື່ອນໄຂຄົບຖ້ວນ ກໍ່ໃຫ້ສ້າງແຜນການຮຽນການສອນໂດຍອີງໃສ່ເງື່ອນໄຂຕົວຈິງ.
ນັກຮຽນ ພວມຄົ້ນຄ້ວາເອກະສານຢູ່ ເຮືອນ. (ພາບ:laodong.vn)
      ຕາມທ່ານ ທ໊າຍວັນແທ່ງ, ຫົວຫນ້າພະແນກສຶກສາ ແລະ ບຳລຸງສ້າງ ແຂວງ ເງະອານ ແລ້ວ, ປະຈຸບັນ ຢູ່ບໍລິເວນແຂວງ ຍັງມີບາງທ້ອງຖິ່ນປະຕິບັດການແຍກຫ່າງສັງຄົມ ສະນັ້ນ ຕ້ອງສ້າງຫລາຍແຜນການ ການຮຽນການສອນໃຫ້ເໝາະສົມກັບການຜັນແປຂອງໂລກລະບາດໂຄວິດ -19 ຢູ່ຫລາຍລະດັບແຕກຕ່າງກັນ.
     ການສິດສອນໃນປະຈຸບັນ ຕ້ອງໄປຄຽງຄູ່ກັບສອງວິທີການ ນັ້ນແມ່ນໂດຍກົງ ແລະ ອອນລາຍ. ພະແນກສຶກສາ ແລະ ບຳລຸງສ້າງຂອງແຂວງ ກໍ່ໄດ້ມອບຫນ້າທີ່ໃຫ້ໂຮງຮຽນຂັ້ນຮາກຖານມີສິດເປັນເຈົ້າການ. ເລື່ອງໄຂສົກຮຽນໃຫມ່ ແມ່ນໃຫ້ປະຕິບັດໃນວັນທີ 5 ກັນຍາ ຕາມການກຳນົດ ແຕ່ຈະປະຕິບັດໂດຍກົງ ຫລື ທາງອອນລາຍນັ້ນແມ່ນອີງຕາມເງື່ອນໄຂຕົວຈິງ. ຢູ່ບ່ອນໃດບໍ່ມີການແຜ່ລະບາດຂອງພະຍາດໂຄວິດ - 19 ແມ່ນໃຫ້ປະຕິບັດຕາມຮູບການໂດຍກົງ ຢູ່ບ່ອນໃດມີການແຜ່ລະບາດແມ່ນໃຫ້ຮຽນອອນລາຍ”
         ປະຈຸບັນ ຢູ່ບາງທ້ອງຖິ່ນທີ່ພວມມີການແຜ່ລະບາດຂອງພະຍາດໂຄວິດ - 19, ສະນັ້ນ ຍັງບໍ່ທັນໄດ້ປະກາດວັນເຂົ້າໂຮງຮຽນ ແລະ ໄຂສົກຮຽນໃຫມ່ເທື່ອ ຍ້ອນວ່າໂຮງຮຽນຫລາຍແຫ່ງພວມນຳໃຊ້ເຂົ້າໃນວຽກງານປ້ອງກັນ ຕ້ານໂລກລະບາດ.
(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top